ອະດີດຜູ້ນໍາລັ່ນ! ສອງປີທາງໜ້າໃນແຜນທີ່ອາດບໍ່ມີຢູເຄຼນ
ເສິກຊີ້ຊະຕາພູມມີພາກດອນບາສຫຼືແຂວງໂດເນດແລະລູຮານທາງພາກຕາເວັນອອກຂອງຢູເຄຼນຍັງຄົງດໍາເນີນໄປຢ່າງດຸເດືອດ ທ່າມກາງການຈັບຕາສະຖານະການໃນແນວຮົບເມືອງເຊເວໂຣໂດເນດ ເມືອງທີ່ໝັ້້ນຫຼັກຂອງຢູເຄຼນໃນແຂວງລູຮານ ທີ່ໂຫດຮ້າຍຍິ່ງຂືນ ຫຼັງກອງທັບຣັດເຊຍປະສົບຄວາມສໍາເລັດໃນການຜັກດັນໜ່ວຍຮົບຢູເຄຼນອອກໄປຈາກຕົວເມືອງ ພ້ອມຕັດສະພານຂ້າມແມ່ນໍ້າ ຊ່ອງທາງຫຼົບໜີອອກຈາກເມືອງໄດ້ແລ້ວທັງໝົດ.
ທັ້ງນີ້ ກອງທັບຣັດເຊຍເປີດເຜີຍວ່າຈະເປີດຊ່ອງທາງໃຫ້ພົນລະເມືອງອົບພະຍົບອອກຈາກຕົວເມືອງ ລວມເຖິງອົບພະຍົບອອກຈາກໂຮງງານເຄມີອາຊອດ ທີ່ໝັ້ນຂອງທັຍຢູເຄຼນທາງຕາເວັນຕົກສຽງໃຕ້ຂອງຕົວເມືອງເຊເວໂຣໂນເນດ ໜີໄພສົງຄາມໄປພັກພິງຊົ່ວຄາວໃນພື້ນທີ່ຍືດຄອງຂອງຣັດເຊຍໃນແຂວງລູຮານ
ພ້ອມລະບຸວ່າ ໜ່ວຍຮົບຣັດເຊຍຈະໃຊ້ເວລາຢ່າງໜ້ອຍ 1ວັນ ເພື່ອດໍາເນີການອົບພະຍົບແລະ ໃນຊ່ວງເວລາດັ່ງກ່າວ ກໍຂໍໃຫ້ໜ່ວຍຮົບຢູເຄຼນໃນແນວຮົບເຊເວໂຣໂດເນດ ຕັດສິນໃຈຍອມຈໍານົນຣັດເຊຍ ຫຼີກລ່ຽງການຂັດຂືນຢ່າງໄຮ້ເຫດຜົນ
ຂະນະທີ່ທ່ານໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຼນ ຢືນຢັນວ່າ ບໍ່ວ່າກອງທັບຢູເຄຼນຈະພະຍາຍາມພຽງໃດ
ແຕ່ຖ້າພັນທະມິດຕາເວັນຕົກບໍ່ຊ່ວຍເຫຼືອ ກໍບໍ່ສາມາມາດເອົາຊະນະສົງຄາມຄັ້ງນີ້ໄດ້ ຢູເຄຼນຈໍາເປັນຕ້ອງໄດ້ອາວຸດໜັກຢ່າງເລັ່ງດ່ວນ ເຊິ່ງນາງຮັນນາ ມັນຍາ ກະຊວງການຕ່າງປະເທດຂອງຢູເຄຼນ ຍັງເຜີຍວ່າຢູເຄຼນໄດ້ຮັບອາວຸດໜັກຈາກຊາດຕາເວັນຕົກພຽງ10% ຂອງທີ່ຮ້ອງຂໍໄປ ຢໍ້າວ່າ ຖ້າບໍ່ຊ່ວຍກໍລະນະບໍ່ໄດ້.