ກອງທັບຣັດເຊຍກົດດັນກອງກຳລັງຢູເຄຼນໃຫ້ຍອມຈຳນົນ

ກອງທັບຣັດເຊຍກົດດັນກອງກຳລັງຢູເຄຼນໃຫ້ຍອມຈຳນົນ ຫຼັງຈາກຕັ້ງຖິ່ນຖານຢູ່ໃນໂຮງງານເຄມີ

ຣັດເຊຍປະກາດກັບກອງທັບຢູເຄຼນເຊິ່ງຍຶດໂຮງງານເຄມີແຫ່ງໜຶ່ງໃນເມືອງຊີວີໂຣໂດເນສເປັນຖານທີ່ໝັ້ນ ໃຫ້ວາງອາວຸດ ແລະ ຍອມຈຳນົນໃນຕອນເຊົ້າຂອງມື້ວານນີ້ (15 ມິຖຸນາ) ເຊິ່ງບົ່ງບອກວ່າກອງທັບຣັກເຊຍມີຄວາມໄດ້ປຽບໃນການຄວບຄຸມພື້ນທີ່ດ້ານຕາເວັນອອກຂອງຢູເຄຼນ


ຂະນະດຽວກັນ ກອງກຳລັງຢູເຄຼນໄດ້ຮ້ອງຂໍອາວຸດໜັກຈາກທາງຝ່າຍຕາເວັນຕົກມາເສີມທັບ ຫຼັງຈາກທີ່ຣັດເຊຍໄດ້ລະດົມກຳລັງຈຳນວນຫຼາຍມາທາງທິດຕາເວັນອອກຂອງພາກພື້ນດອນບາສ ທັ້ງນີ້ ຂໍ້ຮຽກຮ້ອງດັ່ງກ່າວຄາດວ່າຈະຖືກຍົກຂຶ້ນມາເປັນປະເດັນສຳຄັນໃນການປະຊຸມລັດທະມົນຕີກາລາໂຫມຂອງນາໂຕ ກຣຸງບັສເຊວໃນມື້ນີ້


ທາງການຢູເຄຼນເປີດເຜີຍວ່າ ມີພົນເຮືອນກວ່າ500ຄົນຕິດຢູ່ໃນໂຮງງານເຄມີອາຊັອດ (Azot) ພ້ອມກັບກອງກຳລັງຢູເຄຼນທີ່ຕໍ່ຕ້ານການໂຈມຕີຂອງຣັດເຊຍເປັນເວລາດົນກວ່າຫຼາຍອາທິດ ຈົນເຮັດໃຫ້ເມືອຊິວິໂຣ ໂດເນສເຫຼືອພຽງແຕ່ຊາກ
ພົນເອກມິຄາອິດ ມີຊິນເຊບ ຜູ້ບັນຊາການສູນບໍລິຫານການປ້ອງກັນປະເທດຂອງຣັດເຊຍກ່າວວ່າ ນັກຕໍ່ສູ້ທັງໝົດຄວນ ວາງອາວຸດ ແລະ ຍຸດຕິການຕໍ່ຕ້ານທີ່ບໍ່ມີປະໂຫຍດ ເມື່ອເວລາປະມານ 8.00ນາທີ ຕາມເວລາທ້ອງຖິ່ນຂອງຣັດເຊຍ ພ້ອມທັງຍືນຍັນວ່າ ພົນເຮືອນໄດ້ຮັບການອົບພະຍົບອອກໄປຕາມເສັ້ນທາງມະນຸດສະທຳ


ສຳນັກຂ່າວຣອຍເຕີລາຍງານວ່າ ການຖິ້ມລະເບີດເຂົ້າໂຮງງານເຄມີອາຊັອດ ສະທ້ອນໃຫ້ເຫັນເຖິງຮູບພາບການປິດລ້ອມໂຮງງານເຫຼັກອາຊັອບສຕາດ (Azovstal) ໃນເມືອງມາຣິອູໂພນກ່ອນໜ້ານີ້ ເຊິ່ງທະຫານ ແລະ ພົນເຮືອນຫຼາຍຮ້ອຍຄົນຕ່າງຫຼົບໄພຈາກກະສຸນປືນຂອງຣັດເຊຍ ແລະ ຜູ້ທີ່ຍອມຈຳນົນໃນຊ່ວງກາງເດືອນ ພຶດສະພາ ຖືກຈັບຕົວໄປເປັນສະເລີຍສຶກຂອງຣັດເຊຍ


ສ່ວນການບຸກໂຈມຕີຂອງຣັດເຊຍທີ່ເມືອງຊິວິໂຣ ໂດເນສໃນແຄວ້ນລູຮັນໃນຄັ້ງນີ້ ໄດ້ປ່ຽນໃຫ້ເມືອງເຊິ່ງເຄີຍມີປະຊາກອນເກືອບ100,000 ຄົນໃນຊ່ວງກ່ອນສົງຄາມກາຍເປັນຈຸດສູນກາງການປະທະທີ່ເອີ້ນວ່າ ສະໜາມຮົບແຫ່ງດອນບາສ

Leave a Reply

Your email address will not be published. Required fields are marked *

You cannot copy content of this page