ບັນຫາທ້ອງຜູກ ຂັບຖ່າຍຍາກ ຢາກຖ່າຍງ່າຍ 6ວິທີນີ້້ຊ່ວຍໄດ້!

ບັນຫາທ້ອງຜູກ ຂັບຖ່າຍຍາກ ຢາກຖ່າຍງ່າຍ 6ວິທີນີ້້ຊ່ວຍໄດ້!

ໃຜມີບັນຫາທ້ອງຜຸູກຕະຫຼອດ ນອກຈາກການຮັບປະທານອາຫານທີ່ມີໄຟເບີສູງຢູ່ສະເໝີ ຄວບຄູ່ກັບການດື່ມນໍ້າສະອາດຫຼາຍໆແລ້ວ ຫາກຍັງພົບວ່າການຂັບຖ່າຍບໍ່ເປັນໄປຕາມປົກກະຕິ ມື້ນີແອດມີວິທີແນະນໍາເພື່ອກະຕຸ້ນການຂັບຖ່າຍໃຫ້ເປັນປົກກະຕິມາໃຊ້ໃຫ້ເໝາະສົມໂດຍເຮົາມີຄໍາແນະນໍາໃຫ້ສາວໆ ໄດ້ລອງຝຶກການຂັບຖ່າຍໃໝ່ເພື່ອແກ້ອາການທ້ອງຜູກຫຼືການຂັບຖ່າຍດັ່ງນີ້:


1.ກິນອາຫານທີ່ມີໄຟເບີສູງເປັນອາຫານເຊົ້າ: ເພາະຕອນເຊົ້າເປັນອາຫານສໍາຄັນແລະຫາກຕ້ອງການໃຫ້ມື້ເຊົ້າຊ່ວຍກະຕຸ້ນລະບົບຂັບຖ່າຍໄປພ້ອມກັນ ແນະນໍາໃຫ້ເລືອກວັດຖຸດິບທີ່ອຸດົມອາຫານໄປດ້ວຍໄຟເບີສູງ ບໍ່ວ່າຈະເປັນຜັກ,ໝາກໄມ້ ຫຼື ນົມ ແລະ ເຂົ້າໜົມປັງເປັນຕົ້ນ.


2. ຝຶກຂັບຖ່າຍໃຫ້ເປັນເວລາ: ສາວໆຄວນຮູ້ໄວ້ວ່າຊ່ວງເວລາຕັ້ງແຕ່ 05.00-07.00ໂມງ
ຄືຊ່ວງທີ່ເໝາະສົມກັບການຂັບຖ່າຍຫຼາຍທີ່ສຸດ ຫຼືຢ່າງນ້ອຍກໍຢ່າປ່ອຍໃຫ້ດົນເກີນໄປ ດັ່ງນັ້ນບໍ່ວ່າຈະປວດຫຼືບໍ່ປວດ ຍິ່ງຫາກໃຜທີ່ບໍ່ມັກປວດໃນຕອນເຊົ້າຍິ່ງຄວນໝັ່ນຝຶກພຶດຕິກໍາການນັ່ງຂັບຖ່າຍໃນຊ່ວງເວລາດັ່ງກ່າວໃຫ້ເປັນເວລາທຸກມື້ ຮັບຮອງວ່າຮ່າງກາຍຈະຮູ້ວ່າຕົນເອງແລະເມື່ອມັນເກີດຄວາມເຄີຍຊິນກໍສາມາດຂັບຖ່າຍຕາມຊ່ວງເວລານັ້ນ.


3. ດື່ມນໍ້າອຸ່ນໃຫ້ຫຼາຍໆ: ຫຼັງຈາກຕື່ນນອນຕອນເຊົ້າແລ້ວ ໃຫ້ດື່ມນໍ້າອຸ່ນແກ້ວໃຫຍ່ໄປເລີຍ 1ແກ້ວ ນໍ້າອຸ່ນຈະຊ່ວຍກະຕຸ້ນລະບົບການໄຫຼວຽນເລືອດໃຫ້ເຮັດວຽກໄດ້ດີຂືນ ສົ່ງຜົນໃຫ້ຫຼອດເລືອດຕ່າງໆ ມີການຂະຫຍາຍໃຫຍ່ກວ່າປົກກະຕິ ແລະ ຊ່ວຍຂັບໄລ່ສິ່ງທີ່ຕົກຄ້າງຢູ່ພາຍໃນລໍາໄສ້ໃຫ້ຍ່ອຍອອກມາເປັນການຂັບສານຜິດໄປດ້ວຍ.


4.ຫ້າມອົດກັ້ນອຸດຈະລະ: ເມື່ອຮູ້ສຶກປວດອຸດຈະລະແລ້ວບໍ່ຄວນອົດກັ້ນໄວ້ເດັດຂາດ ຄວນຮີບເຂົ້້າຫ້ອງນໍ້າຂັບຖ່າຍໃຫ້ແລ້ວເພາະນັ້ນເປັນຊ່ວງເວລາອັນດີທີ່ຈະເຮັດໃຫ້ເຮົາສາມາດຂັບຖ່າຍອອກມາໄດ້ປະລິມານຫຼາຍເຮັດໃຫ້ບໍ່ມີອຸດຈະລະຕົກຄ້າງຫຼືຍ້ອນກັບມາສູ່ລໍາໄສ້ໃຫຍ່ຈົນທໍາລາຍສຸຂະພາບ.


5.ນວນການກະຕຸ້ນການຂັບຖ່າຍ: ຫາກເປັນຄົນທີ່ບັນຫາໃນການຂັບຖ່າຍຍາກຢູ່ແລ້ວ ແນະນໍາໃຫ້ກຽມຕົວກະຕຸ້ນການຂັບຖ່າຍຕັງແຕ່ກ່ອນເຂົ້ານອນ ໂດຍເລີ່ມຈາກການນວດບ່ອນທ້ອງໃນສ່ວນລຸ່ມຊ້າຍ ເພາະນັ້ນເປັນຕໍາແໜ່ງຂອງລໍາໄສ້ໃຫຍ່ ຄໍາໄປຈົນພົບລໍາຂອງກາກອາຫານຈາກນັ້ນກົດລົງໄປເບົາ ຕື່ນເຊົ້າມາກໍໃຫ້ດື່ມນໍ້າອຸ່ນ 1ແກ້ວ ຫຼືດື່ມນໍ້າໝາກນາວປະສົມນໍ້າອຸ່ນກໍໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page