ເມຍປາກບໍ່ດີ ແຕ່ງງານມາ 6ປີ ຂູ່ແຕ່ຢ່າຮ້າງກັບສາມີ ສຸດທ້າຍນໍ້າຕາຕົກໃນ
ຄວາມອົດທົນຂອງຄົນເຮົາມີຂີດຈໍາກັດ ຕໍ່ໃຫ້ຈະເປັນຄົນໃຈເຢັນກໍຕາມ ສາມີແລະພັນລະຍາຊາວຈີນຄູ່1 ອາຍຸປະມານ 30ປີ ແຕ່ງງານກັນມາ 6ປີ ພວກເຂົາມັກຈະຜິດຖຽງກັນກັນຕະຫຼອດ ຕັ້ງແຕ່ເລື່ອງເລັກນ້ອຍໆ ຈົນໄປເຖິງເລື່ອງໃຫຍ່.
ເຊິ່ງທຸກເທື່ອທີ່ຜິດຖຽງກັນ ພັນລະຍາມັກຂູ່ວ່າຈະ “ ຢ່າຮ້າງ” ກັບສາມີແລະຜິດຖຽງກັນຍ້ອນນິໃສຂອງທັ້ງຄູ່ບໍ່ເຂົາກັນປານໃດ ຕະຫຼອດໄລຍະເວລາ 6ປີ ທີ່ແຕ່ງງານກັນ ພັນລະຍາຂູ່ຢ່າຮ້າງເກືອບ 200ເທື່ອແລະທຸກເທື່ອສາມີກໍອົດທົນມາຕະຫຼອດ.
ຈົນລ່າສຸດທີ່ທັງສອງຜະດຖຽງກັນ ເມື່ອພັນລະຍາຂູ່ຈະຢ່າຮ້າງແລະຫວັງວ່າສາມີຈະຍອມຂໍໂທດຄືທຸກເທື່ອທີ່ຜ່ານມາ ແຕ່ບໍ່ແມ່ນເລີຍ ເທື່ອນີ້ສາມີບໍ່ຂໍທົນອີກແລ້ວ ເຂົາໂຍນຜ້າທີ່ຈັບໄວ້ຢູ່ໃນມືລົງພື້ນ ແລ້ວເວົ້າວ່າ “ ເອີ…ຢ່າກະຢ່າ! ”
ພຽງເທົ່ານັນພັນລະຍາເຖິງກັບໄປບໍ່ເປັນເລີຍ ກ່ອນທີ່ຈະສຽງອ່ອນລົງແລະເວົ້າກັບສາມີວ່າຂ້ອຍເວົ້າຫຼີ້ນ
ແຕ່ມັນສາຍເກີນໄປແລ້ວ ເພາະສາມີຕັດສິນໃຈເດັດຂາດວ່າຈະບໍ່ທົນອີກຕໍ່ໄປ ໃນທີ່ສຸດຄວາມສໍາພັນຂອງທັງສອງກໍຈົບລົງ ແລະພາກັນໄປເຮັດໃບຢ່າຮ້າງກັນ.