ຊ່ວງເວລາທີ່ບໍແນະນໍາໃຫ້ອາບນໍ້າ ເພາະສ່ຽງອັນຕະລາຍເຖິງຊີວິດ
ແນ່ນອນວ່າການອາບນໍ້າໃຫ້ຜົນດີຕໍ່ສຸຂະພາບແລະຮ່າງກາຍ ຢ່າງໜ້ອຍກໍຊ່ວຍຊໍາລະລ້າງສິ່ງສົກກະປົກແລະ ໃຫ້ຄວາມຮູ້ສຶກສົດຊື່ນ ແຕ່ເຄີຍຮູ້ບໍ່ວ່າຫຼັງອາບນໍ້າເປັນຫຍັງຈື່ງມີອາການແປກໆ ເກີດຂື້ນບໍ່ວ່າຈະເປັນອາການວິນຫົວ,ໜ້າມືດຫຼື ໃຈສັ່ນກໍຕາມ ນັ້ນເປັນເພາະສາວໆ ອາດເຜີໄປອາບນໍ້າໃນຊ່ວງທີ່ບໍ່ຄວນອາບນໍ້າ ມື້ນີ້ແອດຈະມາບອກຊ່ວງເວລາທີ່ບໍຄວນອາບນໍ້າເພາະອາດເຮັດໃຫ້ເກີດອັນຕະລາຍຕໍ່ຊີວິດໄດ້. ດັ່ງລຸ່ນນີ້:
1.ຊ່ວງທີ່ມີໄຂ້ສູງ: ຊ່ວງທີ່ມີໄຂ້ສູງຫຼາຍກວ່າ 38ອົງສາ ເປັນຊ່ວງທີ່ບໍ່ຄວນອາບນໍ້າເດັດຂາດ ເພາະຊ່ວງນີ້ຮ່າງກາຍຢູ່ໃນຊ່ວງທີ່ກໍາລັງອ່ອນແອ ແລະ ຕ້ອງໃຊ້ພະລັງງານຫຼາຍໃນການຂັບຄວາມຮ້ອນໃຫ້ອອກໄປຈາກຮ່າງກາຍ ດັ່ງນັ້ນເມື່ອອາບນໍ້າໃນຊ່ວງນີ້ບໍ່ວ່າຈະອາບນໍ້າເຢັນຫຼືນໍ້າຮ້ອນກໍຕາມ ຮ່າງກາຍກໍຕ້ອງພະຍາຍາມປັບອຸນຫະພູມໃຫ້ເໝາະສົມເຊິງຈະໃຊ້ການເຊັດຕົວເພື່ອລະບາຍຄວາມຮ້ອນກໍພໍ.
2.ຊ່ວງທີ່ມີພາວະຄວາມດັນຕໍ່າ: ໃນກໍລະນີເປັນຄົນທີ່ພາມີພາວະຄວາມດັນຕໍ່າປະຈໍາ ຕ້ອງໄດ້ລະມັດລະວັງໃນການອາບນໍ້າໃຫ້ຫຼາຍໆ ໂດຍສະເພາະການອາບນໍ້າຮ້ອນຫຼືການແຊ່ນໍ້າຮ້ອນ ອາດມີໂອກາດທີ່ຄວາມດັນຈະຕົກໄດ້ງ່າຍກວ່າປົກກະຕິ ທັ້ງນີ້ເປັນເພາະນໍ້າຮ້ອນເຮັດໃຫ້ຫຼອດເລືອດຕາມຜິວໜັງຂະຫຍາຍຕົວໄປລ້ຽງຜິວໜັງຫຼາຍຂື້ນ ແຕ່ກັບໄປລ້ຽງສະໝອງນ້ອຍລົງ ອາດເຮັດໃຫ້ອາການໜັກຂື້ນ.
3. ຫຼັງກິນອາຫານແລ້ວທັນທີ: ບໍ່ແນະນໍາໃຫ້ອາບນໍ້າທັນທີ ເພາະຊ່ວງເວລາຫຼັງກິນອາຫານແລ້ວ ເປັນຊ່ວງເວລາທີ່ເລຶອດໄປລ້ຽງກະເພາະອາຫານຫຼາຍ ເພື່ອຊ່ວຍໃນການຍ່ອຍອາຫານ ຫາກອາບນໍ້າໃນຊ່ວງນີ້ ໂດຍສະເພາະການອາບນໍ້າຮ້ອນ ຈະສົ່ງຜົນໃຫ້ຮ່າງກາຍຈໍາເປັນທີ່ຈະຕ້ອງແບ່ງເລືອດມາລ້ຽງທີ່ຜິວໜັງເຮັດໃຫ້ການຍ່ອຍອາຫານບໍ່ດີິ.
4.ຫຼັງດື່ມສິ່ງມືນເມົາ: ຫຼາຍຄົນມັກຈະອາບນໍ້າຫຼັງເມົາ ເພື່ອໃຫ້ຮູ້ສຶກສົດຊື່ນ ແຕ່ຮູ້ບໍວ່າຊ່ວງເວລາຫຼັງດື່ມບໍ່ຄວນອາບນໍ້າເດັດຂາດ ເພາະຊ່ວງເວລານີ້ ເຫຼົ້າຈະເຂົາໄປຢັບຢັ້ງການເຮັດວຽກຂອງຕັບ ເຮັດໃຫ້ກະແສເລືອດຫຼຸດລົງ ແລະປະລິມານນໍ້າຕານໃນເລືອດບໍ່ພຽງພໍ ອາດເຮັດໃຫ້ເກີດອາການຈິນຫົວ,ໜ້າມືດ ແລະເປັນລົມໄດ້.
5.ຫຼັງອອກກໍາລັງກາຍ: ອາດຈະຮູ້ສຶກໜຽວຕົວແລະບໍ່ສະບາຍຕົວຫຼັງອອກກໍາລັງກາຍ ກໍບໍ່ຄວນອາບນໍ້າທັນທີຫຼັງອອກແລ້ວ ເພາະຊ່ວງເວລາຫຼັງອອກກໍາລັງກາຍ ເລຶອດຈະທໍາການໄຫຼວຽນໄປລ້ຽງສ່ວນຕ່າງໆ ໃນຮ່າງກາຍ ແລະ ຈະໄປລ້ຽງສະໝອງໜ້ອຍລົງ ຄວນພັກໃຫ້ເຊົາເໝື່ອຍກ່ອນແລ້ວຄ່ອນອາບນໍ້າ.
Cr: ພູຜາມີເດຍ