5ວິທີ ສໍາລັບຄົນທີ່ຢາກເພີ່ມນໍ້າໜັກແລະໃຫ້ຮ່າງກາຍສຸຂະພາບດີ
ການມີຫຸ່ນດີ ອາດເປັນໜື່ງໃນຄວາມຝັນຂອງສາວໆຫຼາຍຄົນ ແຕ່ການມີຫຸ່ນງາມສຸຂະພາບດີພ້ອມເປັນສິ່ງທີ່ຫຼາຍຄົນບໍ່ອາດປະຕິເສດໄດ້ ໂດຍສະເພາະກັບສາວທ ທີ່ມີນໍາໜັກຕໍ່າກວ່າເກນ ບາງຄັ້ງກໍເຮັດໃຫ້ເຮັດໝົດຄວາມໝັ່ນໃຈໄດ້ເຊັ່ນກັນ ເພາະການມີຫຸ່ນທີ່ຈ່ອຍ ບໍ່ມີນໍ້າມີນວນ ເບິ່ງຜ່ານໆ ກໍຮູ້ເລີຍວ່າຈ່ອຍຫຼາຍສຸຂະພາບຮ່າງກາຍບໍ່ດີ ອາດເຮັດໃຫ້ມີຄວາມກັງວົນກັບສຸຂະພາບຂອງຕົນເອງ ມື້ນີ້ແອດຈະມາບອກວິທີ່ເພີ່ມນໍ້າໜັກໃຫ້ຮ່າງກາຍມີສຸຂະພາບດີຂື້ນດັ່ງລຸ່ນນີ:
1.ກິນໃຫ້ຫຼາຍກວ່າທີ່ເຜົາຜານອອກໄປ: ການກິນຄືສິ່ງທີ່ຈະຊ່ວຍໃຫ້ນໍ້າໜັກເພີ່ມຂື້ນໄດ້ ດັ່ງນັນສາວໆ ທີ່ຕ້ອງການເພີ່ມນໍ້າໜັກ ຄວນກິນອາຫານໃນປະລິມານທີ່່ຫຼາຍກວ່າຮ່າງກາຍເຜົາຜານອອກໄປ ເຊິ່ງຖ້າຕ້ອງການເພີ່ມນໍ້າໜັກແບບຊ້າໆແລະມີຄວາມຄົງທີ່ ກໍຄວນກິນອາຫານທີ່ໃຫ້ພະລັງງານຫຼາຍກວ່າທີ່ຮ່າງກາຍເຜົາຜານອອກໄປ.
2. ກິນອາຫານທີ່ມີໂປຼຕິນສູງເລື້ອຍໆ: ເນື່ອງຈາກສານອາຫານທີ່ມີໂປຼຕີນສູງຈະຊ່ວຍເສີມສ້າງກ້າມເນື້ອໃຫ້ແກ່ຮ່າງກາຍ ດັ່ງນັ້ນສາວໆທີ່ຕ້ອງການເພີ່ມນໍ້າໜັກຄວນກີນອາຫານທີ່ເນັ້ນໂປຼຕີນສູງໆເຊັ່ນ:ປາ,ຊີ້ນ,ໄຂ່ໄກ່ ແລະ ທັນຍາພືດ ກິນອາຫານຖຶກເວລາ ເພື່ອໃຫ້ຮ່າງກາຍໄດ້ຮັບພະລັງງານໃນປະລິມານທີ່ຫຼາຍພໍ.
3.ກິນອາຫານໃຫ້ຫຼາຍກວ່າ 3ຄາບຕໍ່ມື້: ໂດຍປົກກະຕິຈະກິນອາຫານມື້ຫຼັກພຽງ 3ຄາບຕໍ່ມື້ເທົ່ານັ້ນ ແຕ່ສໍາລັບໃຜທີ່ຕ້ອງການເພີ່ມນໍ້າໜັກ ຄວນເພີ່ມອາຫານໃຫ້ຫຼາຍກວ່າປົກກະຕິ ໂດຍແບ່ງໃຫ້ເປັນມື້ຍ່ອຍຫຼາຍໆມື້ ເພື່ອໃຫ້ຮ່າງກາຍສາມາດກິນອາຫານໄດ້ຫຼາຍຂື້ນແລະບໍ່ເຮັດໃຫ້ເກີດອາການຈຸກແໜ່ນທ້ອງເກີນໄປ.
4. ກິນຂອງວ່າງເລື້ອຍໆ: ໃນຊ່ວງລະຫວ່າງມື້ຫຼັກ ຖຶເປັນໜື່ງໃນວິທີທີ່ຊ່ວຍເພີ່ມນໍ້າໜັກໄດ້ດີ ທັງນີສາວໆ ອາດຈະເລືອກກີນຂອງວ່າງທີ່ໃຫ້ປະໂຫຍດຕໍ່ສຸຂະພາບ ພ້ອມທັງຊ່ວຍເສີມສ້າງກ້າມເນື້ອໃຫ້ຮ່າງກາຍໄດ້ເຊັ່ນກັນ ໂດຍສະເພາະຂອງວ່າງປະເພດໂປຼຕິນ.
5.ອອກກໍາລັງກາຍເພື່ອເພີ່ມກ້າມເນື້ອ: ນອກຈາກການໃຫ້ຄວາມສໍາຄັນກັບການກິນອາຫານແລ້ວ ການອອກກໍາລັງກໍເປັນສິ່ງສໍາຄັນເຊັ່ນ:ການຍົກນໍາໜັກດ້ວຍດໍາເບວ ເປັນການອອກກໍາລັງກາຍທີ່ເໝາະສໍາລັບການຕ້ອງການເພີ່ມນໍ້າໜັກ.