ສີຈິ້ນຜິງໂທດ“ປະຊາທິປະໄຕຕາເວັນຕົກ” ເປັນຕົ້ນເຫດກໍ່ໃຫ້ເກີດສົງຄາມ
ປະທານາທິບໍດີ ສີຈິນຜິງ ເຜີຍກັບເຈົ້າໜ້າທີ່ລະດັບສູງຂອງຈີິນວ່າການສົ່ງເສີມປະຊາທິປະໄຕຂອງຕາເວັນຕົກເຮັດໃຫ້ເກີດສົງຄາມ ຄວາມວຸ້ນວາຍແລະການພັດຖິ່ນຂອງຜູ້ຄົນທົ່ວໂລກ.
ຄໍາຖະແຫຼງການຂອງ ສີຈິ້ນຜິງ ທີ່ເຜີຍແພ່ຕໍ່ມວນຊົນໄດ້ກ່າວວ່າ ປະເທດຕາເວັນຕົກບາງປະເທດ “ ບັງຄັບສົ່ງເສີມແນວຄິດ ແລະ ລະບົບປະຊາທິປະໄຕ ສິດທິມະນຸດຊົນຂອງຕາເວັນຕົກ ໂດຍໃຊ້ປະໂຫຍດຈາກປະເດັນດ້ານສິດທິມະນຸດຊົນເຂົ້າໄປຫຍຸ້ງກ່ຽວກັບກິດຈະການພາຍໃນຂອງປະເທດອື່ນໆ.
ສີຈິ້ນຜິງ ບໍ່ໄດ້ລະບຸຊື່ນປະເທດໃດ ແຕ່ໃນຊ່ວງໜື່ງຈີນມັກຈະກ່າວວິພາກວິຈານສະຫະລັດ ກ່ຽວກັບສົງຄາມໃນຢູເຄຼນແລະຄວາມທ້າທາຍຈາກກຸ່ມຕໍລີບັນ ທີ່ເຂົ້າຍືດຄອງ ອັບການິສະຖານ ລວມທັງສົງຄາມກາງເມືອງໃນຊີຣີແລະປະເດັນດ້ານຄວາໝັ່ນຄົງ.
ເຊິ່ງໃນຊ່ວງປີທີ່ຜ່ານມາຕາເວັນຕົກບາງປະເທດຕ້ອງປະເຊີນກັບການແບ່ງພັກພວກທາງການເມືອງ ລັດຖະບານລະເມີດຄວາມໄວ້ວາງໃຈ ຄວາມວຸ້ນວາຍໃນສັງຄົມ ແລະ ໂລກລະບາດທີ່ຢູ່ເໜືອການຄວບຄຸມ “ ການແບ່ງຂົ້ວທາງການເມືອງ ຊ່ອງວ່າງທີ່ກວ້າງຂື້ນລະຫວ່າງຄົນລວຍກັບຄົນຈົນ ແລະ ການເປັນປໍລະປັກກັນທາງຊາດໄດ້ທະວີຄວາມຮຸນແຮງຂື້ນ ການຫຍຽດເຊື້ອຊາດປະຊານິຍົມ ແລະ ຄວາມຫວາດລະແວງຕ່າງຊາດ ແລະ ປະເດັນດ້ານສິດທິມະນຸດຊົນມີຄວາມໂດດເດັ່ນຫຼາຍຂື້ນ”