-ໄບເດັນສົ່ງຈົດໝາຍທົ່ວໂຮງກັ່ນນໍ້າມັນ ຮຽກຮ້ອງເພີ່ມການຜະລິດຫຼຸດກໍາໄລ.
ປະທານາທິບດີໂຈ ໄບເດັນ ຮຽກຮ້ອງໃຫ້ໂຮງກັ່ນນໍ້າມັນຂອງສະຫະລັດຜະລິດນໍ້າມັນແອັດຊັງແລະກາຊວນເພີ່ມຂື້້ນ ໃນຂະນະທີ່ຊາວອາເມຣິກາຕ້ອງຕໍ່ສູ້ກັບລາຄານໍ້າມັນທີ່ສູງເປັນປະວັດຕິການ
ສ່ວນກໍາໄລຂອງບໍລິສັດເຫຼົ່ານັ້ນເພີ່ມຂື້ນເຖິງ 3ເທົ່າ ໃນຊ່ວງທີ່ເກີດສົງຄາມລະຫວ່າງຣັດເຊຍແລະຢູເຄູນ “ວິກິດການທີ່ຄອບຄົວຈໍານວນຫຼາຍກໍາລັງປະເຊີນຄວນໄດ້ຮັບການດໍາເນີນການທັນທີ ບໍລິສັດຕ້ອງຮັບການຮ່ວມມືກັບລັດຖະບານເພື່ອນໍາສະເໜີແນງທາງການແກ້ໄຂບັນຫາທີ່ເປັນຮູບປະທໍາໃນໄລຍະສັ້ນເພື່ອຈັດການກັບວິກິດ” ໄບເດັນຂຍນຈົດໝາຍເຖິງໂຮງກັ່ນນໍ້າມັນ 7ແຫ່ງ
ໄບເດັນ ຍັງວິພາກວິຈານຢ່າງຮຸນແຮງໃນສິ່ງທີ້ເຂົາເບິ່ງວ່າເປັນການສະແຫວງຫາຜົນກໍາໄລທ່າມກາງວິກິດລະດັບໂລກທີ່ອາດຜັກດັນໃຫ້ເສດຖະກິດຢູໂຣບແລະສ່ວນອື່ນໆ ຂອງໂລກເຂົ້າສູ່ພາວະຖົດຖອຍ
“ປະທານາທິບໍດີວະລາດິມີ ປູຕິນ ເປັນຜູ້ຮັບຜະດຊອບຫຼັກຕໍ່ຄວາມເຈັບປວດທາງການເງີນທີ່ໜັກໜາສາຫັດຂອງຊາວອາເມຣິກາແລະຄອບຄົວ ແຕ່ທ່າມກາງສົງຄາມທີ່ເຮັດໃຫ້ລາຄານໍ້າມັນພຸ່ງສູງຂື້ນຫຼາຍກວ່າ 1.07ຫຼຽນສະຫະລັດຕໍ່ແກວລອນ ອັດຕາກໍາໄລຈາກໂຮງກັ່ນທີ່ສູງເປັນປະຫວັດສາດກັບຍິ່ງເຮັດໃຫ້ຄວາມເຈັບປວດໂຫດຮ້າຍລົງໄປອີກ” ໄບເດັນກ່າວ.