ສີລັງກາອາການໜັກ! ປະຊາຊົນແຫ່ເຮັດພາດສະປອດໜີວິກິດເສດຖະກິດ

ສີລັງກາອາການໜັກ! ປະຊາຊົນແຫ່ເຮັດພາດສະປອດໜີວິກິດເສດຖະກິດ.

ຊາວສີລັງກາແຫ່ເຮັດພາດສະປອດ ຫວັງໄປສະແຫວງຫາຊີວິດທີ່ດີກວ່າໃນຕ່າງປະເທດ ຫຼັງປະເທດເກີດສິກິດເສດຖະກິດຄັ້ງຮຸນແຮງທີ່ສຸດໃນຮອບ 70ປີ ຈົນຂາດແຄນອາຫານ,ນໍ້າມັນເຊື້ອໄຟ ແລະ ຢາຮັກສາໂລກ.

ຊາວບ້ານທີ່ເດີນທາງໄປທີ່ສໍານັກງານກວດຄົນເຂົ້າເມືອງແລະການຍ້າຍຖິ່ນຖານມີທັງແຮງງານ,ເຈົາຂອງຮ້ານ,ພະນັກງງານຕ່າງໆ ໂດຍບາງຄົນຕ້ອງໄປຕັງແຄ້ມຄ້າງຄືນກັນທີ່ໜ້າສໍານັກງານ ເນື່ອງຈາກຄິວຍາວຫຼາຍ.
ລັດຖະບານສີລັງກາພົບວ່າໃນຊ່ວງ 5ເດືອນທໍາອິດຂອງປີນີ້ເຈົ້ານ້າທີ່ອອກພາດສະປອດແລ້ວ 288.642ເຫຼັ້ມ ເມື່ອກັບທຽບກັບຊ່ວງເວລາດຍວກັນຂອງປີກ່ອນເຊິ່ງຢູ່ທີ່ 91.331ເຫຼັ້ມ


ເຈົ້້າໜ້າທີ່ກວດສອບເອກະສານຂອງສໍານັກງານກວດຄົນເຂົ້າເມືອງແລະຍ້າຍຖິ່ນຖານເຜີຍວ່າ ເຈົ້າໜ້າທີ່ໃນສໍາໜັກງານ 160ຄົນ ຕ້ອງເຮັດວຽກກັນຢ່າງໜັກຈົນເໝື່ອຍ.
ເນື່ອງຈາກມີການຂະຫຍາຍເວລາເຮັດວຽກແລະເພີ່ມຈໍານວນການອອກພາດສະປອດຂື້້ນເປັນ 3ເທົ່າ ໂດຍແຕ່ລະມື້ຜູ້ຄົນມາຢື່ນຄໍາຂໍກວ່າ 3.000ຄົນ
ສ່ວນລະບົບຄໍາຂໍອອກພາດສະປອດອອນໄລຕິດຂັດມາຫຼາຍເດືອນແລ້ວ ເຮັດໃຫ້ຜູ້ຢືນຄໍາຂໍບໍ່ສາມາດນັດໝາຍລ່ວງໜ້າ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page