ລວມຊັບພະຄຸນຈາກມັນມ່ວງ ພືດກິນຫົວທີ່ໃຫ້ຫຼາຍກວ່າລົດຊາດຫວານແຊບ.
ມັນມ່ວງເປັນພືດທີ່ຫຼາຍຄົນມັກກິນ ມື້ນິແອດຈະມາບອກຊັບພະຄຸນດີໆທີ່ໄດ້ຈາກມັນມ່ວງບໍ່ແມ່ນພືດກິນຫົວທີ່ພຽງແຕ່ລົດຊາດຫວານແຊບເທົ່ານັນຍັງມີປະໂຫຍດຕ່າງໆດັ່ງລຸ່ມນີ້:
1 ຫຼຸດການເກີດໂລກແຊກຊ້ອນຂອງຜູ້ປ່ວຍໂລກເບົາຫວານ: ເນື່ອງຈາກມັນມ່ວງອຸດົມໄປດ້ວຍສານຕ້ານອານຸມູນອິດສະຫຼະແອນໂທໄຊຍານິນ ທີ່ມີຄຸນສົມບັດຕ້ານການເກີດໄກເຄຊັ່ນລະຫວ່າງນໍ້າຕານກັບໂປຼຕີນພາຍໃນຮ່າງກາຍ ໂດຍເມື່ອຮ່າງກາຍຂອງຄົນເຮົາໄດ້ຮັບສານຕ້ານອານຸມູນອິດສະຫຼະຊະນິດນີ້ ກໍຈະຊ່ວຍຢັຍຢັ້ງການຈັບຕົວຂອງນໍ້າຕານກັບໂປຼຕິນໃນລະດັບເຊວໃນຮ່າງກາຍ ຫຼຸດໂອກາດເກີດພາວະແຊກຊ້ອນຂອງຜູ້ປ່ວຍໂລກເບົາຫວານໄດ້ດີ.
2.ຫຼຸດລະດັບຄໍເລດເຕີລໍໃນເລືອດ: ເຊິ່ງມີສານທີ່ເປັນຄຸນສົມບັດຕ້ານປະຕິກິລິຍາອອກຊິເດຊັ່ນ ຂອງໄຂມັນ ເຊິ່ງສານຊະນິດນີ້ຈະເຮັດໜ້າທີ່ຢັບຢັ້ງການລວມຕົວລະຫວ່າງອອກຊິເຈນກັບຄໍເລດເຕີລໍ ຈາກຂະບວນການອອກຊິເດຊັ່ນ ນັນຈຶ່ງໝາຍຄວາມວ່າການກິນມັນຈະຊ່ວຍຫຼຸດລະດັບຄໍເລດເຕີລໍໃນເລືອດ.
3.ບໍາລຸງເສັ້ນຜົມແລະຜິວພັນ: ມີຄຸນສົມບັດຊ່ວຍດູດຊັບອະນຸມູນອຸດສະຫຼະ ພ້ອມຊ່ວຍຊະລໍຄວາມສ່ຽງຂອງເຊວພາຍໃນຮ່າງກາຍອີກ ທັງສານຕ້ານອະນຸມູນອິດສະຫຼະຍັງມີສິດທິຕ້ານລັງສີຢູວີ ເຊິ່ງຊ່ວຍເຮັດໃຫ້ຜິວພັນບໍ່ຖຶກລັງສີທໍາລາຍໄດ້ງ່າຍແລະຊ່ວຍກະຕຸ້ນໃຫ້ເສັ້ນຜົມເງົາງາມອີກດ້ວຍ.
4.ຊະລໍຄວາມແກ່: ສານຕ້ານອະນູມູນອິດສະຫຼະໃນມັນ ມີຄຸນສົມບັດຊ່ວຍຕ້ານການເກີດໄກເຄຊັ່ນ ເຊິ່ງເປັນການເຮັດປະຕິກິລິຍາລະຫວ່າງນໍ້າຕານກັບໂປຸຕິນ ຖືເປັນປັດໄຈທີ່ໂນ້ມນ້າວໃຫ້ເຊວເສື່ອມລົງໄດ້ໄວ ໂດຍພາວະນີ້ມັກພົບໃນກຸ່ມຜູ້ສູງອາຍຸຫຼືຜູ້ປ່ວຍໂລກເບົາຫວານ ເປັນພາວະທີ່ນໍ້າຕານໃນເລືອດຈະຈັບໂປຼຕິນໃນເຊວ ຈົນສົ່ງຜົນໃຫ້ເສັ້ນເລຶອດເສື່ຶຶອມສະພາບໄດ້ໄວກວ່າເກົ່າ.
5.ຕ້ານໂລກມະເຮັງ: ສານຕ້ານອານຸມູນອິດສະຫຼະຢ່າງແອນໂທໄຊຍານີນທີ່ອຸດົມຢູ່ໃນມັນມ່ວງ ມີຄຸນສົມບັດຊ່ວຍຕ້ານມະເຮັງລໍາໄສ້ແລະມີໄຟເບີທີ່ຊ່ວຍກະຕຸ້ນລະບົບຂັບຖ່າຍ ສົ່ງຜົນໃຫ້ລະບົບຂັບຖ່າຍເຮັດວຽກໄດ້ຢ່າງຄ່ອງຕົວຈື່ງຊ່ວຍຫຼຸດຄວາມສ່ຽງ.
Cr:ພູຜາມີເດຍ