ຄູອາສາ ຈຳໃຈລາອອກ ທັງນໍ້າຕາຫຼັງສອນມາໄດ້ 10 ປີ ບໍ່ມີທ່າທີຈະໄດ້ເຂົ້າລັດຖະກອນ

ຄູອາສາ ຈຳໃຈລາອອກ ທັງນໍ້າຕາ
ຫຼັງສອນມາໄດ້ 10 ປີ ບໍ່ມີທ່າທີຈະໄດ້ເຂົ້າລັດຖະກອນ

ພະນັກງານອາສາສະໝັກບໍ່ວ່າແຕ່ສາຍຄູ ຫຼື ສາຍອື່ນໆ ລ້ວນແລ້ວແຕ່ເຮັດວຍກຢ່າງຂະຫຍັນຂັນແຂງ ເພື່ອຄວາມຫວັງດຽວຄືຕົວເລກໂກຕ້າເຂົ້າເປັນລັດຖະກອນ ແຕ່ຫຼາຍຄົນກໍ່ຢູ່ຈົນເກີນອາຍຸ 35 ປີ ເຊິ່ງເປັນໄວແກ່ສຸດສຳລັບມາດຖານທີ່ຈະໄດ້ເຂົ້າລັດຖະກອນ.


ຄູເນັ່ງທໍ່ເປັນອີກໜຶ່ງຄົນທີ່ສະຫມັກມາເປັນຄູສອນໄດ້ 10 ປີແລ້ວບໍ່ໄດ້ລັດຖະກອນ ສຸດທ້າຍຈິ່ງຈຳໃຈຂໍລາຈາກໂຮງຮຽນຫມູ່ຄູ່, ອາຈານນັກຮຽນທີ່ແສນຮັກທີ່ ມສ ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ເພື່ອໄປຫາຊ່ອງທາງເດີນໃໝ່ທີ່ຈະກຸ້ມຢູ່ກຸ້ມກິນໃນວັນຂ້າງໜ້າ.



ອາຈານຜູ້ນີ້ທີ່ເພິ່ນທຸ່ມເທເຮັດວຽກຟຣີມາເຖິງ 10 ປີແຕ່ບໍໄດ້ຫຍັງນອກຈາກຄວາມຮັກ ແລະຜູກພັນກັບຄູອາຈານ ເພື່ອນຮ່ວມງານ ແລະນັກຮຽນທີ່ຄອຍເຫັນໜ້າກັນໃນທຸກໆວັນ.



ໃນພິທີສົ່ງອາຈານເນັ່ງຊົ່ງເຖິງກັບຫຼັງນ້ຳຕາ ອາໄລຫາທຸກໆຄົນທີ່ເຄີຍຢູ່ຮ່ວມກັນຮັກແພງກັນຕະຫຼອດໄລຍະ 10 ປີທີ່ສອນຢູ່ໂຮງຮຽນແຫ່ງນີ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page