ສີຈິນຜິງກ່າວກັບປູຕິນວ່າພ້ອມຊ່ວຍວິກິດການໃນຢູເຄຼນ
ສໍານັກຂ່າວກາງຂອງຈີນອ້າງວ່າໃນການສົນທະນາລະຫວ່າງປະທານາທິບໍດີຣັດເຊຍ ວະລາດີມີ ປູຕິນ ປະທານາທິບໍດີ ສີຈິ້ນຜິງ ຂອງຈີນສະແດງຄວາມພ້ອມທີ່ຈະຊ່ວຍແກ້ໄຂວິກິດໃນຢູເຄຼນ
“ ທຸກຝ່າຍທີທີ່ກ່ຽວຂ້ອງຕ້ອງສະແດງທ່າທີດ້ວຍຄວາມຮັບຜິດຊອບ ເພື່ອສົ່ງເສີມການແກ້ໄຂບັນຫາວິກິດໃນຢູເຄຼນຢ່າງຖຶກຕ້ອງ” ສີຈິນຜິງກ່າວ “ ຈີນພ້ອມຈະສະແດງບົດບາດສ້າງສັນຕໍ່ໄປ”
ສີຈິ້ນຜິງ ອະທິບາຍວ່າ ຈີນຍືດຈຸດຢືນອິດສະລະໃນກໍລະນີຢູເຄຼນໂດຍຄໍານຶງເຖິງຄວາມເປັນຈິງທາງປະວັດສາດ “ເຮົາມີສ່ວນຮ່ວມຢ່າງແຂ່ງຂັນໃນການຮັກສາສັນຕິພາບໃນລະດັບໂລກ ໃນທໍານອງດຽວກັນ ເຮົາມີສ່ວນຊ່ວຍໃນການຮັກສາລະບຽບເສດຖະກິດໃນໂລກໃຫ້ມີສະຖຽນລະພາບ”