ມາຮູ້ຈັກ 5ອັນດັບມະຫາເສດຖີຊາວຢູເຄຼນທີ່ລວຍທີ່ສຸດ

ມາຮູ້ຈັກ 5ອັນດັບມະຫາເສດຖີຊາວຢູເຄຼນທີ່ລວຍທີ່ສຸດ

ຫຼາຍໆຄົນຫາກໍເຄີຍຮູ້ຈັກປະເທດຢູເຄຼນໃນແຜນທີ່ໂລກ ໂດຍລວມໆແລ້ວ ມະຫາເສດຖີຢູເຄຼນ 100ຄົນມີລາຍໄດ້ລວມໆກັນເກືອບ 5ໝື່ນລ້ານໂດລາສະຫະລັດ ແລະ ກັບສະຖານະການປັດຈຸບັນໃນໄຄເມຍ ພວກເຂົາຍັງບອກວ່າ ມີຂີປະນາວຸດນິວເຄຼຍທີ່ພ້ອມບວກກັບຣັດເຊຍໄດ້ທຸກຕອນ.


ຄົນລວຍໆຫຼືນັກທຸລະກິດໃນຢູເຄຼນ ເອີ້ນວ່າ “ ໂອລິກາ” ສ່ວນໃຫຍ່ເປັນທຸລະກິດໄອທີ ຕາມມາດ້ວຍການຜະລິີດຊິ້ນສ່ວນສໍາລັບອາວະກາດ ແລະ ອຸດສາຫະກໍາເຄມີຕ່າງໆ ຈະມີທ່ານໃດແດ່ນັ້ນມາເບິ່ງກັນດັ່ງລຸ່ນນີ້:


ຣິນາ ອັດເມດ (ລາຍໄດ້ 11.64ພັນລ້ານ) : ນັກຖຸລະກິດພະລັງງານ ແລະ ໂຮງງານເຫຼັກ ອາຍຸພຽງ 55ປີ ຊາວດອນບາສ ເປັນມະຫາເສດຖີອັນດັບໜື່ງຂອງຢູເຄຼນມາຫຼາຍສະໄໝ ຣິນາ ເປັນເຈົ້າຂອງເທັກໂນໂລຢີໃນການເຮັດໂຮງງານເຫຼັກ ມີອິດທິພົນໃນການກໍານົດລາຄາຂອງຕະຫຼາດ ແລະ ຍັງມີທຸລະກິດຖ່ານຫີນແລະໄຟຟ້າອີກດ້ວຍ.



ວກຕໍ ພິນຊຸກ (ລາຍໄດ້ 2.6ພັນລ້ານ): ວິກຕໍ ເສດຖີໂຮງງານເຫຼັກອີກທ່ານໜຶ່ງ ທີ່ສ້າງລາຍໄດ້ມະຫາສານຈາກທໍ່ສົ່ງກ໊າສແລະທໍ່ສົ່ງສັນຍານໄອທີ ລັງຈາກໃນອະດີດເຄີຍລໍ່າລວຍຍ້ອນສໍາປະທານທາງລົດໄຟມາແລ້ວແລະມີບໍລິສັດມີເດຍຂອງຕົນເອງ ມີສ່ວນແບ່ງທາງການຕະຫຼາດທີວີ 250%ໃນຢູເຄຼນ.

ວາດິມໂນສິນສະກີ ( ລາຍໄດ້ 2.4ພັນລ້ານ): ມະຫາເສດຖີຊາວຣັດເຊຍທີ່ໄດ້ດີໃນຢູເຄຼນ ສັນຊາດໃໝ່ເປັນຊາວຢູເຄຼນໄປຢ່າງເຕັມຕົວ ໂດຍທ່ານອະດີດປະທານາທິບໍດີວິກຕໍ ຍານຸຄັອບເປັນຄົນຈັດການໃຫ້ເອງ.

ເປໂຕ ໂປໂຣເຊນໂກ ( ລາຍໄດ້ 1.5ພັນລ້ານ): ອະດີດປະທານາທິບໍດີຄົນທີ່ 5ຂອງຢູເຄຼນປັດຈຸບັນຢູ່ໃນວົງການຮັກສາກົດໝາຍ ແລະ ເປັນໜື່ງໃນສະມາຊິດລັດຖະສະພາ ເປັນເຈົ້າຂອງບໍລິສັດໂຣເຊນສົ່ງສິນຄ້າຂະໜາດໃຫຍ່ລວມທັງຊ່ອງທີວີ.

ຄັອດຍານຕິນ ເຊວາໂກ ( ລາຍໄດ້ 1.4ພັນລ້ານ): ເຄີຍໃຊ້ຊີວິດຢູ່ນອກຢູເຄຼນຈົນມີລາຍຊື່ຕິດແບັກລິດຫ້າມເຂົ້າປະເທດ ແນວໃດກໍຕາມເຂົາສາມາດສ້າງຄວາມລໍ່າລວຍອອນລາຍ ຈົນໄດ້ຊື່ວ່າເປັນມະຫາເສດຖີອັນດັບ 5ຂອງຢູເຄຼນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page