ໃຜມັກຮ້ອງເພງໃນຫ້ອງນໍ້າ ມື້ນິແອດຈະມາບອກຂໍ້ດີທີ່ຫຼາຍໆຄົນຍັງບໍ່ຮູ້
ເຊື່ອວ່າຫຼາຍໆຄົນຕ້ອງເຄີຍຮ້ອງເພງໃນຫ້ອງນໍ້າຈັກຄັ້ງໃນຊີວິດ ເພາະຮູ້ສຶກດີ,ສຽງກ້ອງກັງວານ,ຮ້ອງມ່ວນປານສິນລະປິນມາຮ້ອງເອງ ແຕ່ຮູ້ບໍວ່າການຮ້ອງເພງໃນຫ້ອງນໍ້ານັ້ນມີປະໂຫຍດຫຼາຍກວ່າທີ່້ເຮົາຄາດຄິດມີດັ່ງລຸ່ມນີ້:
1.ໄດ້ຝຶກການຫາຍໃຈ: ເມື່ອເຮົາເລີ່ມຮ້ອງເພງ ແນ່ນອນວ່າເຮົາຕ້ອງການຄວບຄຸມລົມຫາຍໃຈ ບາງຄັ້ງເຮົາກໍຫາຍໃຈເຂົ້າລຶກໆໂດຍທີ່ບໍ່ຮູ້ຕົວເຮັດໃຫ້ອອກຊີເຈນເຂົ້າສູ່ກະແສເລືອດຫຼາຍຂື້້ນ ເຊິ່ງເປັນປະໂຫຍດຕໍ່ສຸຂະພາບຄ້າຍຄືກັບຕອນເຮົາຫຼິ້ນໂຢຄະຫາຍໃຈເຂົ້າ-ອອກ.
2.ການຮ້ອງເພງຊ່ວຍໃຫ້ຮ່າງກາຍຜ່ອນຄາຍ: ການທີ່ເຮົາຮ້ອງເພງໃນຮ້ອງນໍ້າກໍຊ່ວຍໃຫ້ເຮົາຜ່ອນຄາຍຢູ່ແລ້ວ ພໍບວກກັບການຮ້ອງເພງເຂົ້າໄປແລ້ວເຮັດໃຫ້ຮ່າງກາຍເກີດຄວາມຜ່ອນຄາຍຫຼາຍຂື້ນ ເມື່ອຮູ້ສຶກຜ່ອນຄາຍຮ່າງກາຍຈະຫຼັ່ງສານແຫ່ງຄວາມສຸກຫຼືເອັນດໍຟິນ ເຮັດໃຫ້ເຮົາຮູ້ສຶດມີຄວາມສຸກ ບັນເທົາຄວາມຮູ້ສຶກເຈັບປວດທີ່ເກີດຂື້້ນໄດ້.
3.ຊ່ວຍໃຫ້ເກີດຄວາມຄິດສ້າງສັນ: ມັກເກີດຂືນເມື່ອເຮົາຢູ່ໃນຫ້ອງນໍ້່າ ເຊິ່ງຫ້ອງນໍ້າມີບັນຍາກາດເຮັດໃຫ້ເຮົາຜ່ອນຄາຍ ສະໝອງໄດ້ປົດປ່ອຍຈາກຄວາມຄຽດ ການອາບນໍ້າ ຮ້ອງເພງ,ຟັງເພງ ເຮັດໃຫ້ສະໝອງຫຼັ່ງໂດປາມີນອອກມາ ເຮັດໃຫ້ເຮົາມັກເບິ່ງໂລກໃນແງ່ດີ ມີສະມາຖິຫຼາຍຂື້ນ ສົ່ງຜົນໃຫ້ເກີດຄວາມຄິດສ້າງສັນມັກມາຕອນເຮົາຢູ່ໃນຫ້ອງນໍ້ານັນເອງ.
4.ຊ່ວຍເພີ່ມຄວາມໝັ່ນໃຈໃນຕົວເອງ: ການຮ້ອງເພງໃນຫ້ອງນໍ້າ ເຮັດໃຫ້ເຮົາໄດ້ປົດປ່ອຍອາລົມໃນພື້ນທີ່ສ່ວນຕົວຂອງຕົນເອງ ເຮັດໃຫ້ເຮົາລືມເລື່ອງຕ່າງໆ ໄປຊົ່ວຄາວ,ເຮັດໃຫ້ຮູ້ສຶກໝັ່ນໃຈແລະນັບຖືຕົນເອງຫຼາຍຂື້ນ ໄດ້ຍິນສຽງຂອງຕົນເອງເປັນຫຼັກ.