ສີລັງກາ ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນປະຢັດພະລັງງານ

ສີລັງກາ ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນປະຢັດພະລັງງານ

ຂປລ.ຕາມຂ່າວຈາກ ໂກລົມໂບ,ວັນທີ18 ມິຖຸນານີ້, ກະຊວງ ພາຍໃນ ສີລັງກາ ເປີດເຜີຍວ່າ: ພະນັກງານລັດ ສາມາດ ເຮັດວຽກ ຢູ່ເຮືອນ ໄດ້ເປັນເວລາ 2ອາທິດ(14ວັນ) ເພື່ອຫລຸດຜ່ອນ ການນຳໃຊ້ ພະລັງງານ ພາຍໃນປະເທດ ທີ່ສົ່ງຜົນກະທົບຕໍ່ ການດຳເນີນ ຊີວິດ ປະຈຳວັນ.

ແຕ່ຢ່າງໃດກໍ່ຕາມ ຈາກຈຳນວນ ພະນັກງານລັດ ປະມານ 1 ລ້ານຄົນ ໃນສີລັງກາ ຜູ້ປະຕິບັດ ພາລະກິດ ໃນສາຍ ວຽກງານຈຳເປັນ ແລະ ຕ້ອງມີການ ໃຫ້ບໍລິການ ປະຊາຊົນ ຢ່າງຕໍ່ເນື່ອງ ເຊັ່ນ:ໜ່ວຍງານ ສາທາລະນະສຸກ ຕ້ອງປະຕິບັດ ໜ້າທີ່ ຕາມປົກກະຕິ.

ກ່ອນໜ້ານີ້ ຄະນະລັດຖະມົນຕີ ຂອງສີລັງກາ ໄດ້ອະນຸຍາດ ໃຫ້ເຮັດວຽກ ເປັນເວລາ 4ວັນ ໃຫ້ແກ່ ພະນັກງານລັດ ໂດນພັກວຽກ ໃນທຸກວັນສຸກ ເປັນເວລາ3ເດືອນ ແລະ ກະຕຸ້ນ ໃຫ້ບັນດາ ພະນັກງານລັດ ຜະລິດ ກະສິກຳ ຂະໜາດນ້ອຍ ສຳລັບ ຄອບຄົວ ເພື່ອແກ້ໄຂ ວິກິດ ຂາດແຄນ ອາຫານ./.(ພາກຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page