ຣັດເຊຍຈະບໍ່ຖອນຕົວອອກຈາກອົງການການຄ້າໂລກ

ຣັດເຊຍຈະບໍ່ຖອນຕົວອອກຈາກອົງການການຄ້າໂລກ

ວັນທີ 16 ມິຖຸນານີ້,ທ່ານມັກຊິມ ເຣເຊດນິຄົຟ ລັດຖະມົນຕີກະຊວງເສດຖະກິດ ແລະການພັດທະນາຂອງຣັດເຊຍທີ່ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດສາກົນແຊງ ປີເຕີສເບີກໄດ້ກ່າວວ່າ:ປັດຈຸບັນຍັງບໍ່ມີກົນໄກອື່ນທີ່ສາມາດເຂົ້າ ແທນອົງການການຄ້າໂລກໄດ້,ຣັດເຊຍຈະບໍ່ຖອນຕົວອອກຈາກອົງການອົງການການຄ້າໂລກ.

ທ່ານກ່າວຕື່ມວ່າ:ອົງການການຄ້າໂລກບໍ່ແມ່ນຢູ່ໃນສະພາບດີທີ່ສຸດ,ຈຸດສຳຄັນ ຂອງບັນຫາແມ່ນຢູ່ບ່ອນວ່າ ກົນໄກການແກ້ໄຂຄວາມຂັດແຍ້ງບໍ່ມີປະສິດທິຜົນ.ຍ້ອນ ບາງປະເທດລວມທັງອາເມຣິກາສະກັດກັ້ນການແຕ່ງຕັ້ງອະນຸຍາໂຕຕຸລາການຫຼືຜູ້ຕັດສິນຄວາມຄົນ ໃໝ່,

ສະນັ້ນ,ພວກເຮົາຈຶ່ງໄດ້ເຫັນຢ່າງໜ້າເສຍດາຍວ່າ,ຄວາມຂັດແຍ້ງຈຳນວນຫຼາຍ ໄດ້ຮ້ອງຟ້ອງຕໍ່ກົນໄກແກ້ໄຂຄວາມຂັດແຍ້ງຂອງອົງການການຄ້າໂລກ,ແຕ່ບໍ່ໄດ້ ຮັບການແກ້ໄຂ.ແຕ່ໃນຂະນະດຽວກັນ,ປັດຈຸບັນຍັງບໍ່ມີກົນໄກໃດທີ່ສາມາດເຂົ້າ ແທນອົງການການຄ້າໂລກໄດ້,

ອົງການການຄ້າໂລກແມ່ນກົນໄກພຽງໜຶ່ງດຽວໃນປັດຈຸບັນທີ່ສະໜອງກະຕິກາການແຂ່ງຂັນຢ່າງຍຸຕິທຳໃຫ້ແກ່ການພົວພັນທາງການຄ້າລະຫວ່າງປະເທດທີ່ຕ່າງກັນ.ສະນັ້ນ,ຣັດເຊຍຈະສືບຕໍ່ຮ່ວມມືກັບປະເທດທັງ ໝົດພາຍໃຕ້ຂອບອົງການການຄ້າໂລກ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page