ຂັບຖ່າຍເປັນເລືອດ ຕ້ອງລະວັງ! ອາດກໍາລັງສ່ຽງໂລກຮ້າຍ.

ຂັບຖ່າຍເປັນເລືອດ ຕ້ອງລະວັງ! ອາດກໍາລັງສ່ຽງໂລກຮ້າຍ.

ການຂັບຖ່າຍທີ່ບົ່ງບອກວ່າມີສຸຂະພາບດີນັ້ນ ຄືການຂັບຖ່າຍຊ່ວງເວລາຕອນເຊົ້າຂອງທຸກມື້ ເພາະເປັນຊ່ວງເວລາຂອງການບີບຕົວໃນລໍາໄສ້ ແລະ ຍັງເປັນຊາວງເວລາທີ່ບໍ່ມີອາຫານຕົກຄ້າງຢູ່ໃນລໍາໄສ້ແຕ່ຫາກຂັບຖ່າຍອອກມາເປັນເລືອດນັ້ນຄືສັນຍານເຕືອນວ່າອາດຈະກໍາລັງປະເຊີນກັບໂລກຮ້າຍບາງຢ່າງຢູ່ກໍໄດ້ເຊິ່ງຈະສ່ຽງເປັນໂລກຫຍັງແດ່ນັ້ນມີດັ່ງລຸ່ມນີ້:

ອາການຂອງການຖ່າຍອຸດຈະລະເປັນເລືອດ:ເຊິ່ງເກີດຈາກການມີອຸດຈະລະໃນເລືອດ ພ້ອມກັບອາການປວດທ້ອງ ເຊິ່ງອາການດັ່ງກ່າວມີທີ່ມາຈາກການມີເລືອດອອກຈາກຊ່ອງທາງເດີນອາຫານແບ່ງເປັນ 2ສ່ວນຄື:

1.ຊ່ອງທາງເດີນອາຫານສ່ວນຕົ້ນ: ສ່ວນໃຫຍ່ເປັນອາການອັກເສບຈາກບໍລິເວນກະເພາະ ເຊິ່ງເກີດຈາກການເປັນແຜຈົນອັກເສບ ເຮັດໃຫ້ມີເລືອດອອກບໍລິເວນນັ້ນ ແລະຍັງສ່ຽງຕໍ່ການເປັນມະເຮັງໃນກະເພາະອາຫານອີກດ້ວຍດັ່ງນັ້ນຈຶ່ງບໍ່ຄວນນິ່ງນອນໃຈເດັດຂາດ.

2.ຊ່ອງທາງເດີນອາຫານສ່ວນປາຍ: ເກີດຈາກການອັກເສບຂອງບໍລິເວນສ່ວນຮູທະວານ ມີອາການເລືອດອອກແລະມີເລືອດປົນກັບອຸດຈະລະເຊິ່ງການອັກເສບຂອງຮູທະວານມີໂອກາດທີ່ສ່ຽງຕໍ່ການເປັນມະເຮັງລໍາໄສ້ເຊັ່ນກັນ.

ວິທີການຮັກສາ ບັນເທົາອາການ:ຫາກມີອາການຂັບຖ່າຍເປັນເລືອດສາມາດຮັກສາແລະບັນເທົາອາການໄດ້ດ້ວຍການພົບແພດເພື່ອຕວດສາຫາເຫດທີ່ແທ້ຈິງແລະຮັກສາຢ່າງຖຶກວິທີ ໂດຍສ່ວນໃຫຍ່ແພດຈະໃຫ້ຮັບປພທານຢາຢຸດຢັ້ງການຈະເລີນເຕີບໂຕຂອງເຊື້ອທີ່ຢູ່ພາຍໃນລໍາໄສ້ແລະທາງເດີນອາຫານໂດຍຈະເຮັດໃຫ້ອາການຖ່າຍເປັນເລືອດຄ່ອຍໆເປັນປົກກະຕິ.

Cr:ພູຜາມີເດຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page