ປູຕິນເຍາະເຍີ້ຍລະບຽບໂລກສະຫະລັດ ກໍາລັງລົ້ມລະລາຍ
ປະທານາທິບໍດີ ວະລາດິມີ ປູຕິນ ແຫ່ງຣັດເຊຍ ປະກາດວ່າລະບຽບໂລກຕາເວັນຕົກກໍາລັງຫຼົ່ມສະຫຼາຍບໍ່ສົນຕໍ່ຜົນກະທົບທາງເສດຖະກິດແລະທາງການທູດຈາກປະຕິບັດການຮຸກຮານຢູເຄຼນ ລະບຸປະເທດຂອງເຂົາຢືນຢັນຮັບມືໄດ້ ຜິດກັບອີກຝ່າຍທີ່ກໍາລັງພົບໄຟຍ້ອນ ເງີນເຟີ້ດີດຕົວຂື້ນເລື້ອຍໆ ແລະ ລາຄາພະລັງງານພຸ່ງຂື້ນ.
ຜູ້ນໍາຣັດເຊຍໄດ້ປະນາມສະຫະລັດ ແລະ ປົກປ້ອງນະໂຍບາຍທາງການເງີນຂອງເຂົາ ແຕ່ສ່ວນໃຫຍ່ແລ້ວພະຍາຍາມຫຼີກລ້ຽງເວົ້າເຖິງສົງຄາມ ລະຫວ່າງກ່າວປາໄສໃນເວທີິແຫ່ງໜື່ງຂອງຣັດເຊຍ.
ການກ່າວຄໍາປາໄສຂອງຜູ້ນໍາຣັດເຊຍລ່າຊ້າຈາກກໍາໜົດຫຼາຍກວ່າ 90ນທີ ໂຄສົກທໍານຽບປະທານາທິບໍດີຣັດເຊຍຈັດການຖະແຫຼງຂ່າວຢ່າງກະທັນຫັນວ່າລະບົບການປະຊຸມຖຶກໂຈມຕີແບບດີດອນ ເຮັດໃຫ້ບໍ່ສາມາດເຮັດວຽກໄດ້ຊົ່ວຄາວແລະມີການລາຍງານວ່າຍັງບໍ່ຊັດເຈນວ່າເປັນຝີມືຂອງກຸ່ມໃດ.
ແນວໃດກໍຕາມກຸ່ມແຮັກເກີທີ່ໃຊ້ຊື່ວ່າ ກອງທັບໄອທີຊາວຢູເຄຼນໄດ້ໂພສຜ່ານແອັບພິເຄຊັ່ນເທເລແກຣມເມື່ອຕົ້້ນອາທິດວ່າ ການປະຊຸມເສດຖະກິດສາກົນເຊນປີເຕີເບິກຄືເປົ້າໝາຍຂອງພວກເຂົາ.
ປູຕິນລະບຸວ່າຍຸກແຫ່ງການຄອບງໍາໂລກສະຫະລັດ ມາເຖິງຈຸດຈົບແລ້ວ ແລະ ອ້າງວ່າມາດຕະການຂວ້ຳບາດຢ່າງພິກຜັນທີ່ອາເມຣິກາ ແລະ ພັນທະມິດກໍາໜົດຫຼິ້ນງານເສດຖະກິດຂອງມອສໂກນັ້ນປະສົບຄວາມຫຼົ້ມເຫຼວ.