ເຊເລນສະກີຄຶກຄັກອີຢູສະໜັບສະໜູນເຂົ້າເປັນສະມາຊິກ ກ້າຈະເອົາຊະນະຣັດເຊຍ

ເຊເລນສະກີຄຶກຄັກອີຢູສະໜັບສະໜູນເຂົ້າເປັນສະມາຊິກ ກ້າຈະເອົາຊະນະຣັດເຊຍ

ດ້ວຍຄວາມຍິນດີຕໍ່ແນວໂນ້ມຄວາມທະເຍີທະຍານເຂົ້າເປັນສະມາຊິດອີຢູ ແລະ ຄໍາສັນຍາໃຫ້ການສະໜັບສະໜູນຢ່າງແນ່ນອນຈາກສະຫະລາດຊະອານາຈັກ ປະທານາທິບໍດີໂວໂລດິມີເຊເລນສະກີ ປະກາດກ້າວວ່າ ຈະມີໄຊເໜືອມອສໂກ

ເຖິງແມ່ນວ່າໃນຂະນະດຽວກັນຍັງຄົງຖຶກຣັດເຊຍໂຈມຕີຢ່າງໜັກໃກ້ເມືອງສໍາຄັນທາງພາກຕາເວັນອອກຂອງປະເທດ ແລະ ຫຼາຍພື້ນທີ່ຖຶກຖະຫຼົ່ມດ້ວຍຜືນໃຫຍ່ແລະຂີປະນາວຸດ
ຄາດໝາຍວ່າໃນກອງປະຊຸມພັນທະມິດບັນດາປະເທດຕ່າງໆ ໃນສະຫະພາບຢູໂຣບຈະອະນຸມັດສະຖານະຜູ້ສະໝັກເຂົ້າຮ່ວມອີຢູແກ່ຢູເຄຼນ

ຫຼັງໄດ້ຮັບຄໍາແນະນໍາຈາກຄະນະກໍາມະການທິການຢູໂຣບ ເຊິ່ງຈະສົ່ງຜົນໃຫ້ຄຍບຢູ່ເທິງເສັ້ນທາງທີ່ຄວາມທະເຍີທະຍານໜື່ງກໍາລັງຈະກາຍເປັນຄວາມຈິງ ຫຼັງຈາກມັນເຄີຍຢູ່ໄກເກີນເອື້ອມມາຕະຫຼອດ ກ່ອນໜ້າຣັດເຊຍເປີດສາກຮຸກຮານໃນຄວາມເປັນຈິງແລ້ວຂະບວນການອ້າແຂນຮັບເຂົ້າເປັນສະມາຊິກເຕັມຮູບແບບນັນຈະຕ້ອງໃຊ້ເວລາດົນຫຼາຍປີກໍຕາມ.


ບໍຣິດ ຈອນສັນ ນາຍົກຣັດຖະມົນຕີລາດຊະອານາຈັກ ສ້າງຄວາມປະຫຼາດໃຈ ຄອດເດີນທາງເຢືອນກຣຸງຄຽບ ໂດຍບໍ່ໄດ້ແຈ້ງກໍາໜົດການລ່ວງໜ້າ ແລະ ສະເໜີຍົກລະດັບການຝຶກຝົນແກ່ກອງກໍາລັງຢູເຄຼນ ແລະ ຫຼັງຈາກເດີນທາງກັບສູ່ລາດຊະອານາຈັກ ເຂົາໄດ້ເນັນຢໍ້າເຖິງຄວາມຈໍາເປັນທີ່ຕ້ອງຫຼີກລ່ຽງບໍ່ໃຫຢູເຄຼນຢູ່ໃນສະພາບລ້າຫຼັງສົງຄາມແກ່ຍາວມາເກືອບ 4ເດືອນແລ້ວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page