5 ວິທີກິນໃຫ້ຖຶກຕ້ອງ ຫຼຸດປະລິມານການກິນແລະເຮັດໃຫ້ອີ່ມດົນ.

5 ວິທີກິນໃຫ້ຖຶກຕ້ອງ ຫຼຸດປະລິມານການກິນແລະເຮັດໃຫ້ອີ່ມດົນ.

ສິ່ງທີ່ຕາມມາຈາກການກິນອາຫານທີ່ຫຼາຍເກີນໄປ ກໍຄືນໍ້າໜັກຕົວທີ່ເພີ່ມຂື້ນ ດັ່ງນັ້ນສາວໆ ຄົນໃດທີ່ຢາກມີຫຸ່ນງາມສຸຂະພາບດີ ໂດຍທີ່ບໍ່ຕ້ອງທໍລະມານຮ່າງກາຍດ້ວຍການກິນອາຫານໃນປະລິມານໜ້ອຍແລະຍົງຄົງຫິວຢູ່ຕະຫຼອດເວລາ ມື້ນີ້ແອດຈະມາບອກໃຫ້ຮູ້ວິທີການກີນທີ່ຖຶກຕ້ອງ ເຊິ່ງເປັນວິທີທີ່ຊ່ວຍຫຼຸດປະລິມານການກິນໄດ້ດີແລະຍັງເຮັດໃຫ້ອິ່ມທ້ອງໄດ້ດົນ.


1.ຫຍໍ້າສອາຫານຊ້າໆ: ເລີ່ມຝຶກຈາກການຫຍໍ້າອາຫານຊ້າໆ ຄ່ອຍໆ ກິນ ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບປະລິມານອາຫານທີ່ພໍດີ ແລະ ບໍ່ຫຼາຍເກີນໄປ ເພາະການຫຍໍ້າອາຫານຊ້າໆ ຈະເຮັດໃຫ້ສະໝອງຮັບຮູ້ຄວາມອີ່ມໄດ້ພໍດີ ເຊິ່ງໂດຍປົກກະຕິແລ້ວສະໝອງຂອງຄົນເຮົາຈະຮັບຮູ້ຄວາມອີ່ມໄດ້ຊ້າກວ່າຄວາມຈິງ ດັ່ງນັ້ນຈື່ງເຮັດໃຫ້ຫຼາຍຄົນຫຼົງກິນອາຫານໃນປະລິມານຫຼາຍເກີນໄປ.


2. ດື່ມນໍ້າໃຫ້ຫຼາຍໆ: ການດື່ມນໍ້າໃນປະລິມານຫຼາຍ ຈະຊ່ວຍໃຫ້ເຮົາກິນອາຫານໄດ້ໜ້ອຍລົງ ເຊິ່ງແນະນໍາໃຫ້ດື່ມນໍ້າປະມານ 1ແກ້ວ ກ່ອນກິນອາຫານທຸກຄັ້ງ ວິທີນີ້ຈະຊ່ວຍໃຫ້ຮູ້ສຶກອີ່ມໄວແລະອີ່ມດົນ ເພາະການດື່ມນໍ້າກ່ອນກິນອາຫານ ຈະເຮັດໃຫ້ກະເພາະມີພື້ນທີ່ໜ້ອຍລົງສໍາລັບອາຫານນັ້ນເອງ.


3.ກິນຜົກກ່ອນ: ການກິນຜັກກ່ອນອາຫານຊະນິດອື່ນໆ ຈະເຮັດໃຫ້ເຮົາກິນອາຫານປະເພດອື່ນໆເຊັ່ນ:ຊີ້ນສັດ ຫຼື ຄາໂບໄຮເດເໜ້ອຍລົງ ເນື່ອງຈາກຮ່າງກາຍຮູ້ສຶກອີ່ມຈາກການກິນຜົກເປັນອັນດັບທຳອິດ ດັ່ງນັ້ນໃຜທີ່ຢາກຫຼຸດແປ້ງ ແນະນໍາໃຫ້ໃຊ້ວິທີນີ້.


4.ກິນອາຫານລົດຊາດຈືດ: ຫຼາຍຄົນຮູ້ກັນດີວ່າອາຫານລົດຊາດຈືດ ຖືເປັນອາຫານທີ່ກະຕຸ້ນໃຫ້ເຮົາກິນໄດ້ຫຼາຍກວ່າປົກກະຕິ ບໍ່ວ່າຈະເປັນລົດຊາດເຄັມ,ຫວານ,ເຜັດ,ສົ້ມກໍຕາມ ໃນຂະນະທີ່ການກິນອາຫານລົດຈືດ ຈະຊ່ວຍໃຫ້ເຮົາກິນອາຫານໄດ້ນ້ອຍລົງ.


5.ຫຼີກລ້ຽງຄວາມຄຽດ: ເນື່ອງຈາກຄວາມຄຽດຈະສົ່ງຜົນໃຫ້ຮ່າງກາຍຮູ້ສຶກຫິວຫຼືເວົ້າງ່າຍ ກໍຄືຄວາມຄຽດຄືຕົວກະຕຸ້ນໃຫ້ເກີດຄວາມຫິວ ດັ່ງນັນ ໃຜທີ່ບໍ່ຢາກໃຫ້ຮ່າງ
ກາຍໄດ້ຮັບປະລິມານອາຫານທີ່ຫຼາຍຈົນເກີນໄປ ແນະນໍາໃຫ້ຫຼີກລ້ຽງຄວາມຄຽດ ຈະຊ່ວຍລົດການກິນອາຫານທີ່ຫຼາຍເກີນຈໍາເປັນໄດ້ດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page