5 ຄຸນປະໂຫຍດຈາກຫົວໄຊເທົ້າທີ່ດີຕໍ່ຮ່າງກາຍແລະສຸຂະພາບ.

5 ຄຸນປະໂຫຍດຈາກຫົວໄຊເທົ້າທີ່ດີຕໍ່ຮ່າງກາຍແລະສຸຂະພາບ.

ຫົວໄຊ້ເທົ້າຫຼືທີ່ເຮົາເຄີຍໄດ້ຍິນໃນຊື່ຫົວຜັກກາດຂາວ ເປັນຜັກທີ່ຖຶກນໍາມາເປັນອາຫານໄດ້ຫຼາຍຢ່າງຫຼາກຫຼາຍ ອີກທັງຍັງເປັນຜັກທີ່ຊ່ວຍເພີ່ມລົດຊາດຂອງອາຫານໃຫ້ແຊບ ຈຶ່ງບໍ່ແປກທີ່ຫຼາຍຮ້ານຄ້າຈະນໍາມາໃສ່ອາຫານ ມື້ນິແອດຈະມາບອກຄຸນປະໂຫຍດຫຼາກຫຼາຍຢ່າງທີ່ໄດ້ຈາກຫົວໄຊ້ເທົ້າມີດັ່ງລຸ່ນນີ້:



1.ຊ່ວຍສະລ້າງສານຜິດ: ຫົວໄຊເທົ້າອຸດົມໄປດ້ວຍໄຟເບີທີ່ມີສ່ວນໍ່ວຍສະລ້າງກະເພາະອາຫານແລະລໍາໄສ້ ຍັງເປັນຜກທີ່ຊ່ວຍໃນລະບົບການຍ່ອຍອາຫານແລະລະບົບຂັບຖ່າຍໄດ້ເປັນຢ່າງດີ ແລະ ໃນຕໍາລາຢາຈີນໄດ້ກ່າວເຖິງຫົວໄຊ້ເທົ້າວ່າມີຊັບພະຄຸນໃນການກະຈາຍສິ່ງດີໃນຮ່າງກາຍອີກດ້ວຍ


2. ຊ່ວຍຫຼຸດນໍ້າໜັກ: ເນື່ອງຈາກຫົວໄຊ້ເທົ້າເປັນຜັກທີ່ມີແຄລໍຣີ່ຕໍ່າແລະຍັງມີໄຟເບີສູງ ດັ່ງນັ້ນຈຶ່ງຊ່ວຍໃຫ້ຮູ້ສຶກອີ່ມໄວ ແລະ ອີ່ມດົນ ນອກຈາກນີ້ໄຟເບີຍັງຊ່ວຍໃນຂະບວນການຂັບຖ່າຍແລະຊ່ວຍດີທັອກກະເພາະອາຫານແລະລໍາໄສ້ ຈຶ່ງເຮັດໃຫ້ຮ່າງກາຍສາມາດດູດຊືມສານອາຫານຕ່າງໆໄດ້ດີ.


3.ແກ້ອາການທ້ອງອືດ: ຢ່າງທີ່ຮູ້ກັນດີຢູ່ແລ້ວວ່າໄຟເບີມີຄຸນສົມບັດຊ່ວຍປັບສົມດູນໃນລະບົບຍ່ອຍອາຫານ ເຊິ່ງຫົວໄຊເທົ້າກໍອຸດົມໄປດ້ວຍສານຊະນິດນີ້ຢູ່ເປັນຈໍານວນຫຼາຍ ຈື່ງຊ່ວຍແກ້່ອາການທ້ອງອືດ ແລະ ແກ້ບັນຫາອາຫານບໍ່ຍ່ອຍໄດ້ດີ.


4.ບັນເທົາອາການອັກເສບ: ເຊິ່່ງໄດ້ມີການວິໄຈວ່ານໍ້າຄັ້ນຈາກຫົວໄຊເທົ້າຊ່ວຍຫຼຸດການອັກເສບໃນຮ່າງກາຍໄດ້ຢ່າງມີປະສິດທິພາບ ແລະ ຍັງຊ່ວຍບັນເທົາອາການເຈັບປວດຂອງກ້າມເນືອທີ່ເກີດຂື້້ນຈາກການຫຼິ້ນກິລາອີກດ້ວຍ.


5.ຊ່ວຍຂັບປັດສະວະ: ນໍ້າຖືເປັນສ່ວນປະກອບຫຼັກຂອງຫົວໄຊ້ເທົ້າ ດັ່ງນັ້ນການກິນຜັກຊະນິດນີ້ຈື່ງຊ່ວຍໃນເລື່ອງຂອງການຂັບປັດສະວະໄດ້ຢ່າງດີ ນອກຈາກນີ້ຍັງຊ່ວຍໃຫ້ປັດສະວະໃສແລະບໍ່ຂຸ່ນ ແຕ່ຕ້ອງອາໃສການດື່ມນໍ້າໃນປະລິມານຫຼາຍໄປພ້ອມໆກັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page