ນາໂຕ້ຄາດສົງຄາມຢູເຄູນແກ່ຍາວເປັນປີ ເຊື່ອຣັດເຊຍໃກ້ຈະຍືດຊີວີໂຣໂດເນດໄດ້

ນາໂຕ້ຄາດສົງຄາມຢູເຄຼນແກ່ຍາວເປັນປີ ເຊື່ອຣັດເຊຍໃກ້ຈະຍືດຊີວີໂຣໂດເນດໄດ້.

ນາໂຕ້ຄາດຫວັງສົງຄາມຢູເຄຼນອາດແກ່ຍາວເປັນປີ ຂະນະທີ່ຣັດເຊຍຍັງລະດົມກໍາລັງບຸກໜັກ ດ້ານກຸ່ມຄັງສະໝອງໃນອາເມຣິກາຊີ້ມີແນວໂນ້ມທີ່ມອສໂກຈະສາມາດຍືດເມືອງຊີວີໂຣໂດເນດໄດ້ພາຍໃນອ າທິດນີ້.


ເຈນ ສະໂຕເທັນເບິກ ເລຂາທິການອົງການສົນທິສັນຍາແອັດແລນຕິກເໜືອ(ນາໂຕ) ເຜີຍວ່າ ການຈັດຫາອາວຸດລໍ້າສະໄໝກອງທັບຢູເຄຼນຈະເພີ່ມໂອກາດໃນການປົດປ່ອຍເຂດດອນບາສຈາກການຄວບຄຸມຂອງຣັດເຊຍ


ສະໂຕເທັນເບິກ ເສີມວ່າ ນາໂຕ້ຕ້ອງກຽມພ້ອມຮັບຄວາມຈິງທີ່ວ່າສົງຄາມນີ້ອາດຈະຍືດເຍື້ອເປັນປີ ແລະ ຕ້ອງບໍ່ຍຸຕິການສະໜັບສະໜູນຢູເຄຼນເຖິງຕົ້ນທືນຈະສູງຫຼາຍແລະບໍ່ແມ່ນພຽງການສະໜັບສະໜູນທາງທະຫານເທົ່ານັ້ນ ແຕ່ຍັງສືເນື່ອງຈາກລາຄາອາຫານແລະພະລັງງານພຸ່ງຂື້ນອີກດ້ວຍ.


ນາຍົກລັດຖະມົນຕີບໍຣິດ ຈອນສັນ ຂອງອັງກິດ ທີ່ໄປເຢືອນຄຽບກ່າວເຖິງຄວາມຈໍາເປັນໃນການກຽມພ້ອມສໍາລັບສົງຄາມໄລຍະຍາວເຊັ່ນດຽວກັນ ເຊິ່ງໝາຍຄວາມເຖິງການທີ່ຢູເຄຼນຈະໄດ້ຮັບອາວຸດ ອຸປະກອນ ລູກປືນ ແລະ ການຝຶກໄວກວ່າທີ່ຜູ້ຮຸກຮານຈະສາມາດລະດົມກໍາລັງໃໝ່ເຂົ້າໂຈມຕີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page