ທ້ຳເຕືອນເອງ! ອາດໄດ້ເຫັນສົງຄາມໂລກຄັ້ງທີ3 ຍ້ອນສະຫະລັດສົ່ງອາວຸດໃຫ້ຢູເຄຼນ
ຄວາມຊ່ວຍເຫຼືອດ້ານການທະຫານອັນຫຼາກຫຼາຍເກີນຂອບເຂດທີ່ທາງສະຫະລັດມອບແກ່ຄຽບ ອາດກໍຜົນໃຫ້ໄດ້ຮັບການຂັດແຍ່ງໃນຢູເຄຼນຮຸກຮານບານປາຍກາຍເປັນສົງຄາມໂລກຄັ້ງທີ 3 ຈາກຄໍາເຕືອນຂອງໂດນັນ ທໍ້າ ອະດີດປະທານາທິບໍດີອາເມຣິກາ.
“ເຮົາມີສົງຄາມໃນຢູເຄຼນ ແລະ ບາງທີມັນອາດຈະກໍາລັງມຸ່ງໜ້າສູ່ສົງຄາມໂລກຄັ້ງທີ 3 ສືບເນື່ອງຈາກແນວທາງທີ່ເຮົາກໍາລັງບໍລິຫານຈັດການມັນ” ທໍ້າເວົ້າເຕືອນລະຫວ່າງກ່າວປາໄສໃນກອງປະຊຸມໜື່ງໃນເມືອງແນວິວ ລັດເທັນເນດຊີ.
“ເຮົາຫາກໍມອບເງີນ 40.000ລ້ານໂດລາ ເພີ່ມເຕີມຈາກ 16.000ລ້ານໂດລາ ດັ່ງນັ້ນເຮົາທຸ່ມເງີນໄປທັງໝົດ 56.000ລ້ານໂດລາ” ທໍ້າ ກ່າວພາດພິງເຖິງແພັກເກດຊ່ວຍເຫຼືອຂອງລັດຖະລານໄບເດັນ ທີ່ອະນຸມັດມອບແກ່ຢູເຄຼນ ທ່າມກາງຄວາມຂັດແຍ່ງກັບຣັດເຊຍ.
ເປັນອີກຄັ້ງທີ່ ທໍ້າ ກ່າວໂທດ ປະທານາທິບໍດີໂຈ ໄບເດັນ ຕໍ່ຄວາມຂັດແຍ້ງລະຫວ່າງຢູເຄຼນກັບຣັດເຊຍ ພ້ອມເນັ້ນຢໍ້າວ່າ “ຫາກຂ້ອຍເປັນປະທານາທິບໍດີ ເລື່ອງແບບນີ້ຈະບໍ່ເກີດຂື້ນ ຂ້ອຍຮູ້ຈັກປູຕິນດີ ແລະ ເຮົາເຄີຍເວົ້າກັນແລ້ວ ເຂົາຮູ້ວ່າຜົນລັບຈະໜ້າຢ້ານກົວເທົ່າໃດ ເຂົາເນັ້ນໜັກເລື່ອງນັ້ນດີ”