5 ຄຸນປະໂຫຍດຈາກເຫັດເຂັມທອງຊ່ວຍລະບົບເຜົາຜານ-ຫຼຸດໄຂມັນໃນເລືອດ
ຖ້າເວົ້າເຖິງເຫັດຫຼາຍໆຄົນຍ່ອມຮູ້ດີວ່າເປັນອາຫານທີ່ໃຫ້ປະໂຫຍດແກ່ຮ່າງກາຍຫຼາຍ ເຊິ່ງເຫັດທີ່ເຮົາຕ່າງຄຸ້ນເຄີຍກັນດີກໍມີຢູ່ຫຼາກຫຼາຍຊະນິດດ້ວຍກັນ ບໍ່ວ່າຈະເປັນເຫັດຫອມ,ເຫັດຫຼິນຈື ຫຼື ເຫັດອື່ນໆອີກຫຼາກຫຼາຍ ມື້ນິແອດຈະມາບອກຄຸນປະໂຫຍດໃຫ້ທຸກຄົນຮູ້ທີ່ໄດ້ຈາກການກິນເຫັດເຂັມທອງມີດັ່ງນີ້:
1.ແກ້ອາການທ້ອງຜູກ: ເຫັດເຂັມທອງອຸດົມໄປດ້ວຍໄຟເບີ ດັ່ງນັ້ນເມື່ອກິນເຫັດຊະນິດນີ້ເປັນປະຈໍາກໍຈະຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກເປັນປົກກະຕິ ນັ້ນຈື່ງເຮັດໃຫ້ໝົດບັນຫາກ່ຽວກັບອາການທ້ອງຜູກແລະລໍາໄສ້ແປປວນ.
2.ກະຕຸ້ນລະບົບເຜົາຜານ: ປະລິມານກາກໃຍອາຫານທີ່ມີຢູ່ໃນເຫັດເຂັມທອງສູງຫຼາຍນັ້ນ ມີສ່ວນຊ່ວຍກະຕຸ້ນລະບົບເຜົາຜານໃນຮ່າງກາຍໄດ້ຢ່າງມີປະສິດທິພາບ ນັ້ນຈື່ງຊ່ວຍໃຫ້ຮ່າງກາຍສາມາດດູດຊືມສານອາຫານຕ່າງໆໄດ້ດີຍິ່ງຂື້ນດ້ວຍ ອີກທັ້ງຍັງບໍ່ກໍໃຫ້ເກີດການຄ້າງຂອງສານອາຫານຈົນອາດກາຍເປັນໄຂມັນສະສົມທີ່ຮ່າງກາຍບໍ່ຕ້ອງການອີກດ້ວຍ.
3.ຫຼຸຸດໄຂມັນໃນເລືອດ: ກາກໃຍໃນເຫັດເຂັມທອງຊ່ວຍຫຼຸດລະດັບຄໍເລດເຕີລໍໃນເລືອດໄດ້ດີ ອີກທັ້ງຍັງຊ່ວຍປ້ອງກັນພາວະໄຂມັນໃນເລືອດສູງ ເຊິ່ງຖືເປັນສາເຫດທີ່ເຮັດໃຫ້ເກີດໂລກຫຼອດເລືອດຫົວໃຈແລະໂລກຫົວໃຈນັ້ນເອງ.
4.ຄວບຄຸມລະດັບນໍ້າຕານ: ເຫັດເຂັມທອງມີຄຸນສົມບັດໃນການຄວບຄຸມລະດັບນໍ້າຕານໃນເລືອດ ເຊິ່ງເໝາະສໍາລັບຜູ້ປ່ວຍເບົາຫວານ ເນື່ອງຈາກເຫັດເຂັມທອງຈະຊ່ວຍໃຫ້ພາວະສັບພັນຂອງລະດັບນໍ້າຕານຫຼຸດລົງ.
5.ເສີມສ້າງລະບົບພູມຄຸ້ມກັນ: ເຫັດເຂັມທອງເຕັມໄປດ້ວຍສານອາຫານຫຼາກຫຼາຍຊະນິດ ອີກທັງຍັງເປັນແຫຼ່ງຂອງສານດ້ານອານຸມູນອິດສະຫຼະທີ່ຈໍາເປັນຕໍ່ຮ່າງກາຍ ຈື່ງຊ່ວຍປ້ອງກັນຮ່າງກາຍຈາກການຖຶກທໍາລາຍຈາກອະນຸມູນອິດດສະຫຼະໄດ້ເປັນຢ່າງດີ.