ຣັດເຊຍແຊງຊາອຸ ຜູ້ສົ່ງອອກນໍ້າມັນດິບໃຫ້ຈີນ ຫຼັງມີສັດສ່ວນເພີ່ມຂື້ນ 55%

ຣັດເຊຍແຊງຊາອຸ ຜູ້ສົ່ງອອກນໍ້າມັນດິບໃຫ້ຈີນ ຫຼັງມີສັດສ່ວນເພີ່ມຂື້ນ 55%


ສໍານັກງານພາສີກາງຂອງຈີນເປີດເຜີຍວ່າ ຈີນນໍາເຂົ້ານໍ້າມັນດິບຈາກຣັດເຊຍຜ່ານທໍ່ສົ່ງໄຊບີເຣຍຕາເວັນອອກໃນມະຫາສະໝຸດປາຊີຟິກ ແລະຈາກການຂົນສົ່ງທາງເຮືອ ສູງເຖິງ 8.42ລ້ານຕັນ ຫຼືທຽບເທົ່າ 1.98ລ້ານບາເຣວຕໍ່ວັນ


ໂດຍຖືວ່າເພີ່ມຂື້ນເຖິງ 25% ເມື່ອທຽບກັບສະຖິຕິ 1.59ລ້ານບາເຣວຕໍ່ວັນໃນເດືອນທີ່ຜ່ານມາ ແລະຍັງຖືວ່າເພີ່ມຂື້ນສູງເຖິງ 55% ເມື່ອທຽບກັບຊ່ວງເວລາດຽວກັນ ເຮັດໃຫ້ຣັດເຊຍກາຍເປັນຜູ້ສົ່ງນໍ້າມັນດິບໃຫ້ຈີນອັນດັບ 1 ຂອງໂລກແທນຊາອຸດີອາຣະເບຍ.


ໂຮງກັ່ນນໍ້າມັນຂອງຈີນຊື້ນໍ້າມັນຣັດເຊຍຫຼາຍຂື້ນ ເນື່ອງຈາກຣັດເຊຍເນື່ອງຈາກຣັດເຊຍໃຫ້ສ່ວນຫຼຸດຫຼາຍຫຼັງຈາກຖຶກຊາດຕາເວັນຕົກຂວ້ຳບາດເພາະຮຕຸກຮານຢູເຄຼນ ສ່ວນການນໍາເຂົ້ານໍ້າມັນດິບຈາກຊາອຸດີ ອາລະເບຍ ຈີນກໍນໍາເຂົ້າເພີ່ມ 9% ຫຼືປະມານ 1.84ລ້ານບາເຣວ ເມື່ອທຽບກັບຊ່ວງເວລາດຽວກັນຂອງປີກ່ອນ


ນອກຈາກນີ້ຈີນຍັງມີການນໍາເຂົ້ານໍ້າມັນດິບຈາກອິຣານອີກ 260.000ຕັນ ຈາກມາເລເຊຍ 2.2ລ້ານຕັນ ເພີ່ມຂື້ນ 2ເທົ່າ ຈາກປີກ່ອນ ແລະ ບາຊິວ 220.000ຕັນ ເຊິ່ງຫຼຸດລົງຈາກປີກ່ອນເຖິງ 19% ເນື່ອງຈາກມີລາຄາແພງກວ່ານໍ້າມັນດິບຈາກຣັດເຊຍແລະອິຣານ

Leave a Reply

Your email address will not be published. Required fields are marked *

You cannot copy content of this page