ເຢຍລະມັນຫັນກັບໄປເພິ່ງຖ່ານຫີນຫຼັງຣັດເຊຍຫຼຸດສົ່ງກ໊າສທໍາມະຊາດ.
ໂຣເບິດ ຮາເບັດ ລັດຖະມົນຕີກະຊວງເສດຖະກິດຂອງເຢຍລະມັນ ປະກາດວ່າເຢຍລະມັນຕ້ອງຫຼຸດການເພີ່ງພາກ໊າສທໍາມະຊາດຈາກຣັດເຊຍໃນການຜະລິດໄຟຟ້າ ແລະ ຫັນກັບໄປຝຊ້ຖ່ານຫີນຄືເກົ່າເປັນການຊົ່ວຄາວ
ເຖິງແມ່ນວ່າຈະກໍ່ມົນລະພິດຫຼາຍກວ່າ ແຕ່ເປັນສິ່ງຈໍາເປັນເພື່ອປ້ອງກັນຄວາມສ່ຽງທີ່ອາດຈະເກີດຂື້ນໃນຊ່ວງລະດູໜາວ ຫຼັງຈາກທີ່ລັດຖະບານຕັ້ງເປົ້າທີ່ຈະເລີກໃຊ້ພະລັງງານຈາກຖ່ານຫິນ
ທ່າມກາງຄວາມກັງວົນກ່ຽວກັບການຕັດອຸປະທານຈາກຣັດເຊຍເຊິ່ງອາດເຮັດໃຫ້ເຢຍລະມັນປະສົບບັນຫາຂາດແຄນໄຟຟ້າໃນຊ່ວງລະດູນາວທີ່ກໍາລັງຈະມາເຖິງ ໂດຍຄວມເຄື່ອນໄຫວດັ່ງກ່າວເກີດຂືນຫຼັງຈາກທີ່ຣັດເຊຍຫຼຸດການສົ່ງອອກກ໊າສຜ່ານທໍ່ນອດສະຕີມ 1 ທີ່ສົ່ງໄປຍັງຢູໂຣບ ເຊິ່ງເຮັດໃຫ້ລາຄາພະລັງງານພຸ່ງສູງຂື້ນອີກ ໂດຍຣັດເຊຍໃຫ້ເຫດຜົນວ່າເກີດບັນຫາທາງເທັກນິທີ່ຕ້ອງສ້ອມແຊມ ແຕ່ເຢຍລະມັນເຊື່ອວ່າເປັນເລື່ອງການເມືອງຫຼາຍກວ່າ.
“ ນີ້ເປັນສະຖານະການຮ້າຍແຮງ ດັ່ງນັ້ນເຮົາຈື່ງຕ້ອງໃຊ້ມາດຕະການເພີ່ມເຕີມເພື່ອຫຼຸດການເພິ່ງພາກ໊າສທໍາມະຊາດ ບໍ່ດັງນັ້ນສະຖານະການຈະຕືງຄຽດຫຼາຍໃນຊ່ວງລະດູໜາວ” ຮາເບັດກ່າວ