ປູຕິນກ່າວວ່າບໍ່ມີບັນຫາກັບການທີ່ຢູເຄຼນຈະເປັນສະມາຊິກອີຢູ
ປທນ ປູຕິນກ່າວເມື່ອວັນສຸກທີ່ຜ່ານມາວ່າ ຣັດເຊຍບໍ່ມີບັນຫາກັບການທີ່ຢູເຄຼນຈະເປັນສະມາຊິກ EU ແນວໃດກໍຕາມ ໂຄສົກລັດຖະບານກ່າວວ່າ ຣັດເຊຍຈະຕິດຕາມເບິ່ງຄວາມເປັນໄປຢ່າງໄກ້ຊິດ
ເນື່ອງຈາກກຸ່ມປະເທດສະມາຊິກ EU ຈະຮ່ວມມືກັນໃນດ້ານການທະຫານຫຼາຍຂຶ້ນ ໃນສະໝໍລະພູມຂະນະນີ້ ກອງທັບຣັດເຊຍພະຍາຍາມຍຶດຄອງພາກພື້ນດອນບາສທາງຕະເວັນອອກຂອງຢູເຄຼນໃຫ້ໄດ້ໂດຍສົມບູນ
ເຊິ່ງພື້ນທີ່ບາງສ່ວນໄດ້ຢູ່ພາຍໃຕ້ການຄວບຄຸມຂອງກຸ່ມແບ່ງແຍກດິນແດນທີ່ຣັດເຊຍໜູນຫຼັງໄປແລ້ວຕັ້ງແຕ່ກ່ອນການເປີດສາກບຸກເມື່ອວັນທີ24ກຸມພາ.