ເປັນຫຍັງຊ່ວງນີ້ເງິນບາດໄທຈື່ງລົງ “ອ່ອນຄ່າ”

ເປັນຫຍັງຊ່ວງນີ້ເງິນບາດໄທຈື່ງລົງ “ອ່ອນຄ່າ”

1. ອິງຕາມບົດລາຍງານ ກອງປະຊຸມຄະນະທູດຕ່າງປະເທດ ແລະ ທະນາຄານທຸລະກິດລາວ ເພື່ອແກ້ໄຂບັນຫາອັດຕາແລກປ່ຽນ ໃນວັນທີ່ 12 ພືດສະພາ ທີ່ຜ່ານມາ ກອງຊຸມໄດ້ສະເໜີແກ້ໄຂບັນຫາຫຼາຍບັນຫາ ໂດຍສະເພາະປະເດັ່ນທີ່ 5 ຄື: ປັບອັດຕາແລກປ່ຽນຂອງທະນາຄານທຸລະກິດ ໃຫ້ຫຍັບເຂົ້າໃກ້ຄຽງກັບອັດຕາແລກປ່ຽນຂອງຮ້ານແລກປ່ຽນ ຫຼື ນອກລະບົບໃຫ້ຫຼາຍຂຶ້ນ ເພື່ອຕ້ອງການໃຫ້ທະນາຄານທຸລະກິດເກັບຊື້ເງິນຕາຕ່າງປະເທດເຂົ້າລະບົບຫຼາຍຂື້ນ

ພາຍຫຼັງກອງປະຊຸມດັ່ງກ່າວຈະເຫັນໄດ້ວ່າ ທະນາຄານທຸລະກິດໄດ້ປັບເລດເເລກປ່ຽນຂື້ນເລື່ອຍໆເພື່ອຫຍັບເຂົ້າໃກ້ເລດຢູ່ນອກ ແຕ່ຜົນຕາມມາຄືອັດຕາແລກປ່ຽນຢູ່ນອກລະບົບກໍ່ປັບສູງຂື້ນອີກ ຍິ່ງເຮັດໃຫ້ເລດສູງຂື້ນເລື່ອຍໆໃນຊ່ວງນັ້ນ ປະກອບກັບຕະຫຼາດຢູ່ນອກໃຜຢາກປັບເລດເທົ່າໃດກາໄດ້
ເຊິ່ງວິທີດັ່ງກ່າວໃຊ້ບໍ່ໄດ້ຜົນເທົ່າທີ່ຄວນ

ຈື່ງຫັນມາ focus ແກ້ໄຂອັດຕາແລກປ່ຽນຢູ່ນອກລະບົບ ໂດຍວາງມາດຕະການຈິງຈັງແລະເຂັ້ມງວດ ຮ້ານອັດຕາແລກປ່ຽນແລະຕັກເຕືອນຜູ້ກະທຳຜິດ ເຮັດໃຫ້ອັດຕາແລກປ່ຽນໃນປະຈຸບັນລະຫວ່າງທະນາຄານແລະເລດຢູ່ນອກບໍ່ແຕກຕ່າງກັນຫຼາຍ ພ້ອມນັ້ນທະນາຄານທຸລະກິດສາມາດກຳນົດອັດຕາແລກປ່ຽນໃຫ້ສະທ້ອນຄວາມເປັນຈິງຫຼາຍຂື້ນ

2. ປະເທດໄທຍັງຄົງໃຊ້ນະໂຍບາຍເງິນຕາຜ່ອນຄາຍ (Expansionary Monetary Policy) ໂດຍສະເພາະຍັງຄົງກຳນົດອັດຕາດອກເບ້ຍນະໂຍບາຍຕໍ່າສຸດໃນປະຫວັດສາດຄື 0.5% ຫຼືຍັງບໍ່ໃຊ້ນະໂຍບາຍດືງເງິນເຂົ້າລະບົບຄືກັບທະນາຄານກາງທົ່ວໂລກເຮັດ ເນື່ອງຈາກການລະບາດໂຄວິດ-19 ປະເທດໄທເປັນປະເທດໜື່ງທີ່ໄດ້ຮັບຜົນກະທົບຫຼາຍພໍ່ສົມຄວນ ໂດຍສະເພາະພາກການທ່ອງທ່ຽວ ຄິດເປັນມູນຄ່າ 10%-20% ຂອງ GDP

ເມື່ອສະຖານະການໂຄວິດເລີ່ມດີຂື້ນ ປະເທດໄທຕ້ອງການພາກການທ່ອງທ່ຽວກັບມາຟື້ນຕົວຄືນ ໝາຍຄວາມວ່າ ຖ້າເງິນບາດອ່ອນຄ່າຈະເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດມາໄທຮູ້ສືກວ່າ ສິນຄ້າແລະບໍລິການລາຄາຖືກ ແລະ ສົ່ງເສີມການສົ່ງອອກໄປນຳ

ປະກອບກັບສະຖຽນລະພາບທາງການເງິນໄທຢູ່ໃນເກນທີ່ດີ ໂດຍສະເພາະຄັງສຳຮອງເງິນຕາຕິດຢູ່ອັນດັບຕົ້ນໆຂອງໂລກ ດັ່ງນັ້ນຖ້າເງິນບາດອ່ອນຄ່າຫຼາຍ ທະນາຄານກາງໄທສາມາດໃຊ້ເຄື່ອງມືແຊກແຊງໄດ້ທຸກເມື່ອ

ສະຫຼຸບ: ການທີ່ເງິນບາດລົງຫຼືອ່ອນຄ່າ ໃນປະຈຸບັນມາຈາກ 2 ປັດໄຈຫຼັກໆຄື: (1)ທະນາຄານກາງລາວເລີ່ມໃຊ້ມາດຕະການເຂັ້ມງວດຕໍ່ອັດຕາແລກປ່ຽນຢູ່ນອກລະບົບແລະຈຳກັດຮ້ານອັດຕາແລກປ່ຽນ (2)ເງິນບາດອ່ອນຄ່າໃນຕົວມັນເອງ ເນື່ອງຈາກທະນາຄານກາງທົ່ວໂລກໃຊ້ນະໂຍບາຍດືງເງິນເຂົ້າລະບົບ ແຕ່ປະເທດໄທຍັງຄົງໃຊ້ນະໂຍບາຍຜ່ອນຄາຍ ເຮັດໃຫ້ເງິນບາດອ່ອນຄ່າໃນຮອບ 5 ປີ

ຫຼາຍຄົນຄືສິສົງໃສວ່າ ການອອກພັນທະບັດທະນາຄານກາງລາວມີຜົນຫຼືບໍ່? ເຊິ່ງ 10 Story ຍັງບໍ່ມີຕົວເລກດ້ານນີ້ ດັ່ງນັ້ນຍັງ Confirm ບໍ່ໄດ້ເທື່ອ, ດຽວຖ້າມີຕົວເລກເມື່ອໃດແອັດຈະມາວິເຄາະສູ່ຟັງອີກຄັ້ງ

ທີ່ມາ: 10STORY

Leave a Reply

Your email address will not be published. Required fields are marked *

You cannot copy content of this page