ສ.ອາເມລິກາ ຮຽກຮ້ອງໃຫ້ເພີ່ມປະລິມານການຜະລິດນ້ຳມັນ-ອາຍແກັສ

ສ.ອາເມລິກາ ຮຽກຮ້ອງໃຫ້ເພີ່ມປະລິມານການຜະລິດນ້ຳມັນ-ອາຍແກັສ

ຂປລ.ຕາມຂ່າວຈາກ VOVWORLD, ວັນທີ20 ມິຖຸນານີ້,ທ່ານ Joe Biden, ປະທານາທິບໍດີ ສ.ອາເມລິກາ ຮຽກຮ້ອງ ໃຫ້ບັນດາ ບໍລິສັດ ນ້ຳມັນ ແລະ ອາຍແກັສ ພາຍໃນປະເທດ ເພີ່ມປະລິມານ ການຜະລິດ ລວມທັງ ອົງການ ບັນດາປະເທດ

ສົ່ງອອກນ້ຳມັນ (OPEC) ເພີ່ມປະລິມານ ການຜະລິດ ເພື່ອຄວບຄຸມ ລາຄາ ນ້ຳມັນ ແພງຂຶ້ນ ຢ່າງຕໍ່ເນື່ອງ.ນອກຈາກນີ້ ທ່ານ Joe Biden ຈະພົບປະກັບ ທ່ານ Mohammed bin Salman, ອົງມົງກຸດ ລາຊະກຸມມານ ອາຣັບບິ ຊາອຸດິ ເພື່ອປຶກສາ ຫາລື ບັນຫາ ດ້ານພະລັງງານ

ເພື່ອແນໃສ່ ຮັບມືກັບ ສະພາບລາຄາ ເພີ່ມຂຶ້ນສູງ ໃນຫລາຍປະເທດ ທົ່ວໂລກ ແລະ ຮຽກຮ້ອງ ໃຫ້ບັນດາ ນັກບໍລິຫານ ນ້ຳມັນ ແຖວໜ້າ ເພີ່ມທະວີ ການສະໜອງ ນ້ຳມັນ ແອັດຊັງ, ນ້ຳມັນ ກາຊວນ ແລະ ບັນດາ ຜະລິດ ຕະພັນ ນ້ຳມັນອື່ນໆ ໃນຕະຫລາດ ໃຫ້ຫລາຍຂຶ້ນ./. (ພາກຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page