ອີຣານກ່າວວ່າ: ຖ້າອາເມຣິກາສືບຕໍ່ໃຊ້ການກະທຳທີ່ບໍ່ມີລັກສະສະສ້າງສັນ ອີຣານຈະທຳການຕອບໂຕ້
ສຳນັກຂ່າວສານຕັສນິມຂອງອີຣານລາຍງານໃນວັນທີ 19 ມິຖຸນານີ້ວ່າ: ຫວ່າງ ບໍ່ດົນມານີ້, ທ່ານ ໂຮສເຊັນ ອາມິວ ອັບໂດນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວວ່າ: ຖ້າອາເມຣິກາສືບຕໍ່ໃຊ້ການກະທຳທີ່ບໍ່ມີລັກສະສະສ້າງສັນ ອີຣານຈະທຳການຕອບໂຕ້.
ຂ່າວລາຍງານໃຫ້ຮູ້ວ່າ: ວັນທີ 18 ມິຖຸນານີ້, ທ່ານ ໂຮສເຊັນ ອາມິວ ອັບໂດນລາຮຽນໄດ້ກ່າວໃນເວລາສົນທະນາຜ່ານທາງໂທລະສັບກັບທ່ານ ໂຈເຊັຟ ໂບເຣວ ຜູ້ຕາງໜ້າອາວຸໂສດ້ານນະໂຍບາຍຄວາມໝັ້ນຄົງແລະການຕ່າງປະເທດຂອງສະຫະພາບເອີຣົບວ່າ:
ອີຣານຊົມເຊີຍການເຈລະຈາທີ່ຖືກຕ້ອງຕາມໂລຊິກແລະໃຫ້ຄວາມສຳຄັນຕໍ່ຜົນການເຈລະຈາ, ຖ້າອາເມຣິກາຢຸດຕິໃຊ້ການກະທຳສອງມາດຖານແລະບໍ່ມີຄວາມຂັດແຍ້ງກັນ,ກໍ່ຈະສາມາດບັນລຸການເຊັນສັນຍາທີ່ດີແລະຍາວນານສະບັບໜຶ່ງໄດ້.
ທ່ານ ໂຈເຊັຟ ໂບເຣວ ກ່າວຕື່ມວ່າ: ທາງອອກພຽງໜຶ່ງດຽວທີ່ຫຼຸດພົ້ນອອກຈາກສະຖານະການໃນປັດຈຸບັນແມ່ນໃຊ້ຊ່ອງທາງການຕ່າງປະເທດພ້ອມທັງຫຼີກລ່ຽງການກະທຳທີ່ບໍ່ມີລັກສະນະສ້າງສັນ. ອີຣານກຽມຈະທຳຄວາມພະຍາຍາມທີ່ຈຳເປັນເພື່ອສ້າງເງື່ອນໄຂໃຫ້ແກ່ການບັນລຸການເຊັນສັນຍາ.
ທີ່ມາ: CRI