ສະຫະລັດຫົວຮ້ອນ! ເລັ່ງສະກັດລາຍໄດ້ຄວບຄຸມລາຄານ້ຳມັນຣັດເຊຍ ຫຼັງມອສໂກສົ່ງອອກຈີນຫຼາຍທີ່ສຸດ

ສະຫະລັດຫົວຮ້ອນ! ເລັ່ງສະກັດລາຍໄດ້ຄວບຄຸມລາຄານ້ຳມັນຣັດເຊຍ ຫຼັງມອສໂກສົ່ງອອກຈີນຫຼາຍທີ່ສຸດ

ສະຫະລັດຢູ່ລະຫວ່າງເຈລະຈາກັບແຄນາດາແລະພັນທະມິດອື່ນໆ ໃນຄວາມພະຍາຍາມຫາທາງຈໍາກັດລາຍໄດ້ທາງພະລັງງານຂອງຣັດເຊຍເພີ່ມເຕີມ ດ້ວຍການກໍາໜົດເພດານລາຄານໍ້າມັນຣັດເຊຍຕາມການເປີດເຜີຍຂອງເຈເນັດ ເຍວເລັນ ລັດຖະມົນຕີຄັງອາເມຣິກາ ຄວາມເຄື່ອນໄຫວເຊິ່ງມີຂື້ນບໍ່ດົນຫຼັງຈາກມີລາຍງານວ່າ ມອສໂກໄດ້ກາຍມາເປັນປະເທດຜູ້ສົ່ງອອກນໍ້າມັນລາຍໃຫຍ່ທີ່ສຸດໄປຍັງຈີນແທນທີ່ຊາອຸດີອາລະເບຍ.


“ ເຮົາກໍາລັງເວົ້າເຖິງກ່ຽວກັບເພດານລາຄາຫຼືຂໍ້ຍົກເວັ້ນທາງລາຄາ ທີ່ຈະເພີ່ມເຕີມຈາກ້ຈໍາກັດທາງພະລັງງານທີ່ຢູໂຣບ,ສະຫະລັດ ສະຫະລາດຊະອານາຈັກແລະອື່ນໆ ສະເໜີໄວນີ້ ເຊິ່ງຈະຊ່ວຍດືງລາຄານໍ້າມັນີຣັດເຊຍໃຫ້ຫຼຸດຕໍ່າລົງແລະບັ່ນທອນລາຍໄດ້ຂອງປູຕິນໃຫ້ຫຼຸຸດລົງ ໃນຂະນະດຽວກັນ ເປັນການເປີດທາງອຸປະທານນໍ້າມັນເຂົ້າສູ່ຕະຫຼາດໂລກເພີ່ມເຕີມ” ເຍເລັນບອກກັບຜູ້ສື່ຂ່າວ.


ລະຫວ່າງຖະແຫຼງຂ່າວທີ່ມີ ຄິດເຕຍ ຟີແລນ ລັດຖະມົນຕີຄຼັງແຄນາດາ ຢືນຢູ່ຂ້າງໆ ເຍເລນ ບອກຕໍ່ວ່າ “ ເຮົາຄິດວ່າຂໍ້ຍົກເວັ້ນທາງລາຄາກໍເປັນອີກແນວທາງທີ່ສໍາຄັນ ເພື່ອປ້ອງກັນຜົນກະທົບສູ່ບັນດາປະເທດທີ່ມີລາຍໄດ້ຕໍ່າແລະບັນດາປະເທດກໍາລັງພັດທະນາທັງຫຼາຍທີ່ກໍາລັງປະສົບບັນຫາລາຄາອາຫານແລະລາຄາພະລັງງານພຸ່ງສູງ”


ລັດຖະມົນຕີຄັງສະຫະລັດ ກ່າວຕໍ່ວ່າຂໍ້ຍົກເວັ້ນທາງລາຄາຄືການຕັ້ງເພດານລາຄາທີ່ມີແະສິດທິພາບທີ່ສາມາດບັນລຸເປົ້າໝາຍຜ່ານມາດຕະການຈໍາກັດຫຼືແບນການປະກັນໄພຫຼືການສະໜັບສະໜູນທາງການເງີນແກ່ການເດີນເຮືອຂົນສົ່ງນໍ້າມັນຣັດເຊຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page