ຊ້ຳຮອຍໂຊວຽດ!ເຕືອນອີຢູ່ຈະລົ່ມສະຫຼາຍກ່ອນຢູ່ເຄຼນເຂົ້າເປັນສະມາຊິກ
ສະຫະພາບຢູໂຣບ ( EU ) ອາດປະສົບສະຕາກໍາດຍວກັບສະຫະພາບໂຊຫວຽດ ແລະ ຫາຍສາບສູນໄປຈາກແຜນທີ່ໂລກ ກ່ອນທີ່ຢູເຄຼນຈະກາຍເປັນສະມາຊິກຂອງກຸ່ມ ຈາກຄໍາເຕືອນຂອງດະມິທີ ເມດເວເດບ ປະທານາທິບໍດີຣັດເຊຍ.
ເມດເວເດບ ເຊິ່ງເຄີຍດໍາລົງຕໍາແໜ່ງປະທານາທິບໍດີຣັດເຊຍລະຫວ່າງປີ 2008ເຖິງ 2012 ແລະ ປະຈຸບັນຢູ່ຮອງປະທານສະພາຄວາມໝັ່ນຄົງຂອງປະເທດ ປຽບທຽບຄໍາສັນຍາຕ່າງໆ ທີ່ບໍາເຊວ ໃຫ້ໄວ້ກັບຢູເຄຼນ ກັບແຜນການສ້າງຄອມມູນິດຂອງບັນດາຜູ້ນໍາສະຫະພາບໂຊຫວຽດ.
“ ບາງທີເຮົາອາດເປັນຄອມມູນິດ ຫາກສະຫະພາບໂຊຫວຽດຄົງຢູ່ແຕ່ເຄາະຮ້າຍ ສະຫະພາບໂຊຫວຽດຈົບສິນແລ້ວ ເຂົ້າໃຈສິ່ງທີ່ຂ້ອງຕ້ອງການສື່ບໍ່” ເມດເວເດບກ່າວ
ຂະນະກໍາມາທິການຢູໂຣບມີຄວາມເຫັນສະໜັບສະໜູນອະນຸມັດສະຖານະຜູ້ສະມັກຂອງຢູເຄຼນ ກ້າວທໍາອິດໃນເສັ້ນທາງທີ່ຍາວນານຂອງການເຂົ້າເປັນສະມາຊິກອີຢູຢ່າງສົມບູນ ແນວໃດກໍຕາມ ທາງຄະນະກໍາມາທິການຢູໂຣບເນັ້ນຢໍ້າວ່າຢູເຄຼນຍັງຄົງຕ້ອງດໍາເນີນການປະຕິຮູບຕ່າງທແລະຍົກລະດັບຕໍ່ສູ້ກັບບັນຫາການສໍ້ລາດບັງຫຼວງ.