ຍິ້ມເບົາໆ! ໄບເດັນກຽມງໍ້ສີຈິ້ນຜິງ
ເລັ່ງຢຸດຂູດຮີດພາສີຄາຍວິກິດເງິນເຟີ້

ຍິ້ມເບົາໆ! ໄບເດັນກຽມງໍ້ສີຈິ້ນຜິງ
ເລັ່ງຢຸດຂູດຮີດພາສີຄາຍວິກິດເງິນເຟີ້

ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ເປີດເຜີຍວ່າມີແຜນການເຈລະຈາຫາລືກັບ ສີ ຈິ້ນຜິງ ປະທານາທິບໍດີຈີນ ໃນຂະນະທີ່ເຂົາກໍາລັງພິຈາລະນາຍົກເລີກມາດຕະການລີດພາສີສິນຄ້າບາງສ່ວນທີ່ກໍາໜົດຫຼິ້ນງານປັກກິ່ງ ໃນຄວາມພະຍາຍາມພ່ອນຜັນພາວະເງີນເຟີ້ທີ່ສູງໃນອາເມຣິກາ.



“ ຂ້ອຍມີແຜນສົນທະນາກັບປະທານາທິບໍດີສີ ແຕ່ເຮົາບໍ່ໄດ້ກໍາໜົດມື້” ໄບເດັນບອກກັບຜູ້ສື່ຂ່າວ ຫຼັງຈາກກ່ອນໜ້ານີ້ໄດ້ລະບຸວ່່າເຈລະຈາກັບຜູ້ນໍາຈີນ “ ອາດມີຂື້ນໄວໆນີ້”



ການເຈລະຈາລະຫວ່າຜູ້ນໍາທັງສອງຄັ້ງສຸດທ້າຍເກີດຂືນ ໂດຍປະທານຍາທິບໍດີໄບເດັນ ເຕືອນປະທານາທິບໍດີ ຢ່າໄດ້ໃຫ້ຄວາມຊ່ວຍເຫຼືອຣັດເຊຍໃນປະຕິບັດການຮຸກຮານຢູເຄຼນ.
ມາດຕະການລີດໄຖພາສີສິນຄ້າຈີນຖຶກກໍາໜົດຂືນໃນສະໄໝລັດຖະບານຂອງປະທນາທິບໍດີໂດນັນ ທໍ້າ ໂດຍສະຫະລັດ ປະກາດກໍານົດອັດຕາພາສີສຸນລະການສູງເຖິງ 25ສໍາລັບການນໍາເຂົາສິນຄ້າຈາກຈີນ ມູນຄ່າຫຼາຍແສນລ້ານໂດລາ.


ຄວາມເຄື່ອນໄຫວດັ່ງກ່າວ ມີເປົ້າມາຍລົງໂທດໃນສິ່ງທີ່ສະຫະລັດຮຽກຮ້ອງພຶດຕິກໍາການຄ້າທີ່ບໍ່ຍຸຕິທໍາຂອງຈີນ ແລະ ເພື່ອປົກປ້ອງບັນດາຜູ້້ຜະລິດສະຫະລັດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page