ຄຸນປະໂຫຍດເນືອສີຂາວຕິດເປືອກໝາກແຕງໂມທີ່ຫຼາຍຄົນຍັງບໍ່ຮູ້
ເຊື່ອລືບໍ່ວ່າໝາກແຕງໂມເປັນໝາກໄມ້ທີ່ໃຫ້ຜົນປະໂຫຍດທັງເປືອກ ເພາະເນື້ອສີຂາວຂອງເປືອກແຕງໂມ ມີສານອາຫານທີ່ດີຕໍ່ຮ່າງກາຍຢ່າງຫຼວງຫຼາຍ ມື້ນິແອດຈະມາບອກຄຸນປະໂຫຍດຂອງເປືອກແຕງໂມໃຫ້ທຸກຄົນໄດ້ຮູ້ກັນວ່າມີຜົນດີຕໍ່ສຸຂະພາບຮ່າງກາຍແນວໃດມີດັ່ງລຸ່ມນີ້:
1.ຊ່ວຍຄວບຄຸມນໍ້າໜັກ: ເນື້ອສີຂາວບ່ອນເປືອກແຕງໂມໃຫ້ພະລັງງານພຽງ 1.8ກິໂລແຄວລໍຣີ່ເທົ່ານັ້ນ ແລະ ຍັງມີໄຟເບີສູງຊ່ວຍໃນເລື່ອງຂອງການຄວບຄຸມນໍ້າໜັກໄດ້ເປັນຢ່າງດີ ເຊິ່ງເຮົາຕ່່າງຮູ້ກັນຢູ່ແລ້ວວ່າໄຟເບີຊ່ວຍໃຫ້ຮ່າງກາຍຮູ້ສຶກອີ່ມໄວແລະອີ່ມດົນອີກທັງຍັງຊ່ວຍກະຕຸ້ນລະບົບຂັບຖ່າຍໃຫ້ເຮັດວຽກໄດ້ດີຍິ່ງຂື້ນອີກດ້ວຍ.
2. ຫຼຸດຄວາມດັນໂລຫິດ: ເນື່ອງຈາກເນື້ອສີຂາວບ່ອນເປືອກແຕງໂມຊ່ວຍໃນການຂັບປັດສະວະ ເປັນການຊ່ວຍກໍາຈັດນໍ້າສ່ວນເກີນໃນກະແສເລຶອດອອກໄປ ສົ່ງຜົນໃຫ້ອາການບວມນໍ້າແລະຄວາມດັນໂລຫິດຫຼຸດລົງໄດ້ດີ.
3.ລະບົບປັດສະວະເຮັດວຽກດີຂືນ: ເຊິ່ງໝາກແຕງໂມເປັນໝາກໄມ້ທີ່ມີສ່ວນປະກອບຂອງນໍ້າຢູ່ໃນປະລິມານຫຼາຍ ດັ່ງນັ້ນບໍ່ວ່າຈະກິນເນື້ອແຕງໂມສີແດງຫຼືສີຂາວບ່ອນເປືອກ ກໍລ້ວນແຕ່ຊ່ວຍຂັບຖ່າຍປັດສະວະອອກມາໄດ້ດີ ແລະ ນັ້ນຖືເປັນການເຮັດໃຫ້ກະເພາະປັດສະວະສະອາດ ບໍ່ມີຂອງເສຍຕົກຄ້າງ ຈື່ງເຮັດໃຫ້ຮ່າງກາຍຫ່າງໄກຈາກການເປັນໂລກກະເພາະປັດສະວະອັກເສບ.
4.ຟື້ນຟູກ້າມເນື້ອຫຼັງອອກກໍາລັງກາຍ: ເນື່ອງຈາກແຕງໂມມີກົດອາມິໂນແອວຊິດຣູລີນ ເຊິ່ງເປັນກົດທີ່ຊ່ວຍຫຼຸດໄລຍະເວລາໃນການສ້ອມແຊມແລະຟື້ນຄືນກ້າມເນື້ອ ຈື່ງມັກແນະນໍາໃຫ້ດື່ມຫຼັງອອກກໍາລັງກາຍ ເຊິ່ງເນື້ອສີຂາວບ່ອນເປືອກແຕງໂມມີກົດອາມີໂນຊະນິດນີ້ຫຼາຍກວ່າສ່ວນເນື້ອສີແດງ ຈຶ່ງບໍ່ແປກທີ່ຈະຊ່ວຍຟືນຟູກ້າມເນື້ອຫຼັງອອກກໍາລັງກາຍໄດ້ດີ.
5.ລະບົບໄຫຼວຽນເລຶອດເຮັດວຽກໄດ້ດີຂື້ນ: ເນື້ອສີຂາວຂອງເປືອກແຕງໂມມີສ່ວນຊ່ວຍຂະຫຍາຍຫຼອດເລືອດແລະຊ່ວຍກະຕຸ້ນໃຫ້ລະບົບໄຫຼວຽນເລືອດເຮັດວຽກໄດ້ດີຍິ່ງຂື້ນ ເນື່ອງຈາກມີກົດອາມິໂນຣູລິນທີ່ມີຄວາມສາມາດໃນການເຮັດປະຕິກິລິຍາກັບເອນໄຊໃນຮ່າງກາຍ ຈົນເກີດກົດອະມີໂນອາຈີນິນ ເຊິ່ງເປັນກົດທີ່ຊ່ວຍໃຫ້ຫຼອດເລືອດເກີດການຄາຍຕົວ.
6.ປ້ອງກັນການເກີດໂລກມະເຮັງ: ກົດຊິຣູລີນທີ່ຢູ່ໃນເນື້ອສີຂາວຂອງເປືອກແຕງໂມນັ້ນ ຈັດເປັນສານຕ້ານອະນຸມູນອິດສະຫຼະຊະນິດໜື່ງ ເຊິ່ງເນື້ອສີຂາວມີກົດຊະນິດນີ້ຢູ່ເປັນຈໍານວນຫຼາຍ ຈື່ງມີສ່ວນຊ່ວຍປ້ຶງກັນບໍ່ໃຫ້ຮ່າງກາຍຖືກທໍາຮ້າຍຈາກອະນຸມູນອິດສະຫຼະ ເຊິ່ງເປັນສາເຫດຂອງການເກີດໂລກມະເຮັງຊະນິດຕ່າງໆ.