ຫຼາຍຊາດຢູໂຣບກ້າວຖອຍຫຼັງ ຕ້ອງຍ້ອນຍຸກໃຊ້ຖ່ານຫິນຫຼັງຖຶກຣັດເຊຍຕັດອຸປະທານກ໊າສ
ບັດເຊວແລະບັນດາເອັນຈີໂອທັງຫຼາຍ ສະແດງຄວາມກັງວົນຕໍ່ກໍລະນີຫຼາຍປະເທດໃນສະຫະພາບຢູໂຣບໃນນັ້ນລວມເຖິງເຢຍລະມັນ ກໍາລັງຫັນກັບໄປໃຊ້ຖ່ານຫິນເພື່ອກໍ່ກໍາເນີດໄຟຟ້າແທນກ໊າສທຳມະຊາດ ຜົນລັບຈາກສົງຄາມຂອງຣັດເຊຍໃນຢູເຄຼນ ເຊິ່ງສົງຜົນກະທົບຕໍ່ອຸປະທານທາງພະລັງງານ.
“ ເຮົາຈໍາເປັນຕ້ອງເຮັດໃຫ້ແນ່ໃຈວ່າເຮົາໃຊ້ວິກິດນີ້ໃນການກ້າວເດີນໄປຂ້າງໜ້າ ບໍ່ແມ່ນຖອຍຫຼັງກັບສູ່ເຊື້ອໄຟຟອສຊິວສົກກະປົກ” ອົວຊູລາ ຟອນ ແດ ໄລເອິນ ປະທານຄະນະກໍາມາທິການ ຢູໂຣບກ່າວກັບສື່ມວນຊົນຢູໂຣບຫຼາຍສໍານັກ ລະຫວ່າງໃຫ້ສໍາພາດ.
“ມັນເປັນເສັ້ນບາງໆ ແລະ ມັນບໍ່ແມ່ນຂໍ້ສະຫຼຸບວ່າເຮົາກໍາລັງມຸ່ງນ້າໄປໃນທິດທາງທີ່ຖຶກຕ້ອງຫຼືບໍ”
ຢູໂຣບ ດິນແດນທີ່ບໍລິໂພກພະລັງງານສູງ ກໍາລັງຫິດໂຫຍນ້າມັນແລະກ້າສທຳມະຊາດຂອງຣັດເຊຍຫຼາຍຂື້້ນເລື້ອຍໆ ແລະ ການປ່ຽນແປງຄັ້ງນີ້ຈະເປັນການທໍາລາຍຮ້າຍແຮງຕໍ່ຄວາມທະເຍີທະຍານຂອງອີຢູໃນການຫຼຸດປ່ອຍຄາບອນສຸດທິເປັນສູນ.
ເຢຍລະມັນ,ອອັດເຕເລຍແລະເນເທີແລນ ເຜີຍວ່າພວກເຂົາຈະຜ່ອນຄາຍຂໍ້ຈໍາກັດຕ່າງໆ ທີ່ກໍານົດກັບໂຮງໄຟຟ້າພະລັງງານຖ່ານຫິນທັງຫຼາຍ ຫຼັງກ໊າສພ້ອມ ລັດວິສາຫະກິດພະລັງງານຍັກໃຍຫ່ຂອງຣັດເຊຍ ລະບຸຈະປັບປະລິມານກ໊າສທຳມະຊາດທີ່ປ້ອນຜ່ານທໍ່ລໍາລຽງນອດສະຕີມໄປຍັງເຢຍລະມັນ.