ເຕືອນ! ເຢຍລະມັນຈະພົບກັບພາວະເສດຖະກິດທົດຖອຍຫາກຣັດເຊຍຕັດກ໊າສ
ເຕືອນ! ເຢຍລະມັນຈະພົບກັບພາວະເສດຖະກິດທົດຖອຍຫາກຣັດເຊຍຕັດກ໊າສ
ເຢຍລະມັນຈະປະເຊີນກັບພາວະເສດຖະກິດຖົດຖອຍຢ່າງແນ່ນອນຫາກວ່າຣັດເຊຍຢຸດຈ່າຍອຸປະທານກ໊າສທໍາມະຊາດໂດຍສິ້ນເຊີງ ຈາກຄໍາເຕືອນຂອງອົງກອນອຸດສາຫະກໍາແຫ່ງນື່ງ ໃນຂະນະທີ່ອີຕາລີເຜີຍວ່າກໍາລັງພິຈາລະນາມອບແຮງສະໜັບສະໜູນທາງເງີນ ຊ່ວຍບໍລິສັດຕ່າງໆເຕີມເຕັມຄັງສໍາຮອງກ໊າສ ເພື່ອຫຼີກລ້ຽງພົບວິກິດໂຫດຮ້າຍໃນຊ່ວງລະດູໜາວ.
ປະເທດຕ່າງໆໃນສະຫະພາບຢູໂຣບວາງກອບມາດຕະການຕ່າງໆ ເພື່ອຮັບມືກັບວິກິດທາງອຸປະທານຫຼັງປະຕິບັດການຮຸກຮານຢູເຄຼນຂອງຣັດເຊຍ ຜັກໃຫ້ພະລັງງານກາຍເປັນແກ່ນກາງການສູ້ຮົບທາງເສກຖະກິດລະຫວ່າງມອສໂກກັບຕາເວັນຕົກ.
EU ເພິ່ງພາອຸປະທານກ້າສທໍາມະຊາດຈາກຣັດເຊຍເຖິງ 40% ກ່ອນເກີດສົງຄາມແຕ່ສໍາລັບເຢຍລະມັນ ມີສັດສ່ວນຫຼາຍເຖິງ 55% ກໍ່ຊ່ວງວ່າງມະຫາສານທີ່ຕ້ອງເຕີມເຕັມທ່າມກາງຕະຫຼາດອຸປະທານກ໊າສໂລກທີ່ຕືງຕົວຢູ່ກ່ອນແລ້ວ ເຮັດໃຫ້ບາງປະເທດຕ້ອງກັບລໍາແຫນປິດໂຮງງານ ໄຟຟ້າພະລັງງານຖ່ານຫິນເປັນການຊົ່ວຄາວ.
ລາຄາກ໊າສດີດຕົວແຕະລະດັບສູງສຸດເປັນປະຫວັດສາດ ຜັກເງີນເຟີ້ພຸ່ງທະຍານແລະກໍ່ບັນຫາທ້າທາຍເພີ່ມເຕີມແກ່ບັນດາຜູ້ກໍານົດນະໂຍບາຍທັງໝົດທີ່ກໍາລັງພະຍາຍາມສຸດດືງຢູໂຣບພົ້ນຈາກພາວະຫຼໍ່ແຫຼມທາງເສດຖະກິດ.