ເງິບ! ຊາວອາເມລິກາບໍ່ໄດ້ໂທດ ປູຕິນ ຕົ້ນຕໍນ້ຳມັນແພງແມ່ນໄບເດັນຕ້ອງຮັບຜິດຊອບ
ມີຊາວສະຫະລັດພຽງ 11% ທີເຊື່ອວ່າປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ຄວນຖຶກກ່າວໂທດຕໍ່ລາຄາເຊື້ອໄຟທີ່ພຸ່ງສູງໃນສະຫະລັດ ຈາກຜົນສໍາຫຼວດຄວາມຄິດເຫັນຂອງສໍານັກໂພຊື່ດັງ ແລະ ຍິ່ງໄປກວ່ານັ້ນສ່ວນໃຫຍ່ຊີເປົ້າໄປທີ່ປະທານາທິບໍດີໂຈ ໄບເດັນ
ໃນໂພສຂອງ Rasmussen ພົບວ່າມີຜູ້ຕອບແບບສອບຖາມຫຼາຍກວ່າຄັ້ງ 52% ທີ່ຊີ້ວ່ານະໂຍບາຍທາງພະລັງງານບໍ່ດີ ຂອງໄບເດັນ ຄືຕົ້ນຕໍທີ່ເຮັດໃຫ້ລາຄາພະລັງງານພຸ່ງສູງຈົນຈ່າຍບໍ່ໄຫວ ນັ້ນໝາຍຄວາມວ່າຄໍາຈໍາກັດຄວາມ “ການຂື້ນລາຄາຂແງປູຕິນ” ທີ່ລັດຖະບານສະຫະລັດ ພະຍາຍາມປ້ອນສູ່ຄວາມຄິດຂອງປະຊາຊົນເບິ່ງຄືວ່າຈະບໍ່ໄດ້ຜົນໃດໆ
ແນວໃດກໍຕາມ ມີບາງສ່ວນທີ່ບໍ່ກ່າວໂທດທັງໄບເດັນແລະປູຕິນ ພວກເຂົາລ໋ອກເປົ້າໄປທີ່ບັນດາບໍລິສັດພະລັງງານທັງຫຼາຍ ໂດຍມີຜູ້ຕອບແບບສອບຖາມ 26% ຊີວ່າອຸດສາຫະກໍາພະລັງງານ ກອບໂກຍຜົນປະໂຫຍດຈາກພາວະໄຮ້ສະຖຽນລະພາບທາງດ້ານພູມສາດ ຜ່ານການປັບຂື້ນລາຄາເຊື້ອໄຟ
ເຊິ່ງຮູ້ວ່າຄໍາຈໍາກັດຄວາມ “ ການຂື້ນລາຄາຂອງປູຕິນ” ເລີ່ມໃຊ້ບໍ່ໄດ້ຜົນອີກຕໍ່ໄປ ໄບເດັນຈຶ່ງຫັນໄປກ່າວໂທດ ບັນດາບໍລິສັດນໍ້າມັນແລະກ໊າສທຳມະຊາດທັງຫຼາຍ ສໍາລັບຫາຍະນະດ້ານລາຄາເຊື້ອໄຟ ໂດຍໄວໆນີ້ ເຂົາກ່າວຫາອຸດສາຫະກໍາພະລັງງານ “ ທໍາເງີນຫຼາຍກວ່າພະເຈົ້າ” ແລະບອກວ່າເຫຼົ່າບໍລິສັດນໍ້າມັນຈົງໃຈຖ່ວງການຂຸດເຈາະ “ ເພາະວ່າພວກເຂົາຈະໂກຍເງີນໄດ້ຫຼາຍຂື້ນຖ້າບໍ່ຜະລິດນໍ້າມັນເພີ່ມເຕີມ”