5ສາເຫດໃກ້ຕົວນອນເຕັມອີີ່່ມແລ້ວ
ແຕ່ເປັນຫຍັງຍັງອ່ອນເພຍ

5ສາເຫດໃກ້ຕົວນອນເຕັມອີີ່່ມແລ້ວແຕ່ເປັນຫຍັງຍັງອ່ອນເພຍ

ເຄີຍສົງໄສບໍ່ວ່າໃນແຕ່ລະມື້ໝັ່ນໃຈວ່າຕົນເອງນອນເຕັມອິ່ມ ແຕ່ກັບຮູ້ສຶກວ່າຮ່າງກາຍບໍ່ມິພະລັງແລະມັກຈະອ່ອນເພຍໄດ້ງ່າຍ ມື້ນິແອດຈະມາບອກໃຫ້ທຸກຄົນຮູ້ກ່ຽວກັບຂໍ້ສົງໄສເຖິງເຫດຜົນທີ່ເຮັດໃຫ້ເກີດອາການອ່ອນເພຍທັ້ງທີ່ນອນເຕັມອິ່ມ ຈພມິເຫດຜົນໃດທີ່ເຮັດໃຫ້ຮ່າງກາຍອ່ອນເພຍຕະຫຼອດໝົດມື້ມີດັ່ງລຸ່ນນີ້:


1.ບໍ່ກິນອາຫານເຊົ້າ: ທຸກຄົນຕ່າງຮູ້ເຖິງຂໍ້ດີຂອງການກິນອາຫານເຊົ້າ ໂດຍສະເພາະການຊ່ວຍເຕີມພະລັງໃຫ້ກັບຮ່າງກາຍ ເຊິ່ງຫາກໃຜລະເລີຍການກິນອາຫານເຊົ້າ ກໍຍ່ອມເຮັດໃຫ້ຮ່າງກາຍເກີດການອ່ອນເພຍໄດ້ງ່າຍ ນັ້ນເປັນເພາະຊ່ວງທີ່ເຮົານອນຮ່າງກາຍໃຊ້ພະລັງງານໄປໝົດ ຈື່ງຕ້ອງເຕີມພະລັງໃຫ້ຮ່າງກາຍດ້ວຍການກິນອາຫານເຊົ້າ.


2.ດື່ມນໍ້າໜ້ອຍ: ການທີ່ດື່ມນໍ້າບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ສົ່ງຜົນໃຫ້ຮ່າງກາຍອ່ອນເພຍໄດ້ຕະຫຼອດມື້ ເພາະໂດຍປົກກະຕິຮ່າງກາຍຂອງຄົນເຮົາມີຄວາມຕ້ອງການນໍ້າເພື່ອໄປໃຊ້ໃນສ່ວນຕ່າງໆ ຂອງຮ່າງກາຍຢ່າງຫຼາຍ ຖ້່າຮັບໃນປະລິມານທີ່ບໍ່ພຽງພໍກໍຈະເຮັດໃຫ້ເກີດອາການອ່ອນເພຍຕາມມາ.


3.ກິນອາຫານທີ່ມີນໍ້າຕານສູງ: ມີສ່ວນໃຫ້ໄປກະຕຸ້ນອາລົມເກີດຄວາມຜິດປົກກະຕິ ເຊິ່ງເມື່ອຮ່າງກາຍໄດ້ຮັບປະລິມານນໍ້າຕານທີ່ຫຼາຍເກີນໄປ ຈະເຮັດໃຫ້ນໍ້າຕານໃນເລືອດພຸ່ງສູງ ເຊິ່ງຊ່ວງນີຈະເຮັດໃຫ້ຮູ້ສຶກດີຫຼືມີອາລົມດີ ແຕ່ຜ່ານໄປສັກພັກນໍ້າຕານໃນເລືອດຈະຕໍ່າລົງຢ່າງວ່ອງໄວ ສົ່ງຜົນໃຫ້ຮ່າງກາຍອ່ອນເພຍແລະເມື່ອຍງ່າຍ.


4.ເຂົ້ານອນແລະຕື່ນນອນບໍ່ເປັນເວລາ: ມີຜົນຕໍ່ການເຮັດວຽກໃຫ້ເກີດອາການອ່ອນເພຍເຖິງຈະນອນເຕັມອີ່ມແລ້ວກໍຕາມ ເຊິ່ງບາງຄົນຈະມີພຶດຕິກໍາການອນແລະຕື່ນນອນບໍ່ເປັນເວລາ ໂດຍອາດຈະເຂົ້ານອນແລະຕື່ນນອນເປັນເວລາແຕ່ຕອນເຮັດວຽກ ເຊິ່່ງເຮັດໃຫ້ຮ່າງກາຍຕ້ອງປັບຕົວຫຼາຍດັ່ງນັ້ນຄວນເຂົ້ານອນແລະຕື່ນນອນໃຫ້ເປັນເວລາທຸກມື້.


5.ກິນອາຫານກຸ່ມທາດເຫຼັກບໍພຽງພໍ: ຈະສົ່ງຜົນໃຫ້ຮ່າງກາຍເກີດພາວະໂລຫິດຈາງ ເຊິ່ງພາວະນີຈະເຮັດໃຫ້ຮ່າງກາຍຮູ້ສຶກເໝື່ອຍງ່າຍ,ອ່ອນເພຍ ໝົດແຮງ ແລະ ອ່ອນລ້າໄດ້ງ່າຍ ນັ້ນເພາະວ່າຮ່າງກາຍບໍ່ສາມາດນໍາອອກຊີເຈນໄປລ້ຽງສະໝອງໄດ້ຢ່າງພຽງພໍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page