ໄບເດັນຮຽກຮ້ອງສະພາຄອງເກດຊ່ວຍປະຊາຊົນລະງັບເກັບພາສີນໍໍ້າມັນ 3ປີ
ປະທານາທິບໍດີໂຈ ໄບເດັນ ສະເໜີໃຫ້ສະພາຄອງເກດພິຈາລະນາອະນຸມັດການພັກການເກັບພາສີລັດຖະບານກາງສໍາລັບນໍ້າມັນແອັດຊັງແລະກາຊວນ ເປັນເວລາ 3ເດືອນ ເພື່ອບັນເທົາຄວາມເດືອດຮ້ອນຂອງຊາວອະເມຮິກາຈາກບັນຫາລາຄານໍ້າມັນແພງ.
ເຊິ່ງມີການລາຍງານວ່າທ່ານໂຈ ໄບເດັນ ປະທານາທິບໍດີສະຫະລັດ ຖະແຫຼງຮຽກຮ້ອງໃຫ້ສະພາຄອງເກດພິຈາລະນາອະນຸມັດພັກການເກັບພາສີລັດຖະບານກາງສໍາລັບນໍ້າມັນແອັດຊັງແລະກາຊວນ ເປັນເວລາ 3ເດືອນ ເພື່ອບັນເທົາຄວາມເດືອດຮ້ອນຂອງປະຊາຊົນທີ່ຖຶກກົດດັນຢ່າງໜັກຈາກບັນຫາລາຄານໍ້າມັນແພງແລະເງີນເຟີ້ພຸ່ງສູງໃນເວລານີ້.
ນອກຈາກນີ້ຜູ້ນໍາສະຫະລັດ ຍັງຮ້ອງຂໍລັດຖະສະພາຂອງທຸກລັດທົ່ວປະເທດພິຈາລະນາການພັກການຮຽກເກັບພາສີນໍ້າມັນພາຍໃນແຕ່ລະລັດ ຫຼືອອກນະໂຍບາຍຊ່ວຍເຫຼືອທີ່ຄ້າຍໆກັນອອກມາ
ທັ້ງນີ້ປັດຈຸບັນລັດຖະບານກາງສະຫະລັດເກັບພາສີນໍ້າມັນແອັດຊັງ 18.4ເຊນຕໍ່ແກລອນ ແລະ ເກັບພາສີນໍ້າມັນກາຊວນ 24.4ເຊນຕໍ່ແກລອນ ຫາກມີການດໍາເນີນມາດຕະການພັກເກັບພາສີຕາມຄໍາຮ້ອງຂໍ ຂອງປະທານາທິບໍດີໄບເດັນ ຜູ້ຂັບຂີ່ລົດທັງຫຼາຍຈະປະຫຍັດຄ່ານໍ້າມັນໄດ້ເກືອບ 3.6% ຈາກລະດັບລາຄາສະເລ່ຍ 5ໂດລາ
ແນວໃດກໍຕາມ ບັນດາຜູ້ຕິດຕາມສະຖານະການທາງການເມືອງເບິ່ງວ່າ ຂໍ້ສະເໜີຂອງທ່ານ ໄບເດັນ ໜ້າຈະໄປນະໂຍບາຍທີ່ເອື້ອປະໂຫຍດຕໍ່ພັກເດໂມແຄກ່ອນທີ່ຈະມີການເລືອກຕັ້ງກາກພາກແລະເຊື່ອວ່າຂໍ້ສະເໜີນີ້ຈະພົບຫະເເສຕໍ່ຕ້ານຢ່າງໜັກໃນລັດຖະສະພາ