ສັ່ນສະເທືອນລະດູໜາວ!ພະລັງງານໂລກເລັ່ງ EU ກຽມຮັບມືຣັດເຊຍຕັດກ໊າຊປ້ອນຢູໂຣບ

ສັ່ນສະເທືອນ! ພະລັງງານໂລກເລັ່ງ EU ກຽມຮັບມືຣັດເຊຍຕັດກ໊າຊປ້ອນຢູໂຣບໂດຍສິ້ນເຊີງ

ຣັດເຊຍອາດຕັດການສະໜອງກ໊າຊທໍາມະຊາດທີ່ປ້ອນແກ່ຢູໂຣບໂດຍສີ້ນເຊີງ ໃນຂະນະທີ່ພວກເຂົາຫາທາງຍົກລະດັບອິດທິພົນທາງການເມືອງທ່າມກາງວິກິດຢູເຄຼນ ຈາກຄໍາເຕືອນຂອງປະທານກະຊວງພະລັງງານສາກົນ ພ້ອມເລັ່ງໃຫ້ຢູໂຣບຈໍາເປັນຕ້ອງກຽມພ້ອມຮັບມືດຽວນີ້ເລີຍ


ຟາຕີ ໄບຣອນ ຜູ້ອໍານວຍການບໍລິຫານຂອງກະຊວງພະລັງງານສາກົນ ກ່າວໃນການຖະແຫຼງທີ່ສົ່ງເຖິງສໍານັກຂ່າວວ່າ “ ຜົມບໍ່ປະຕິເສດຄວາມເປັນໄປໄດ້ທີ່ຣັດເຊຍຈະຫາປະເດັນຖົກຖຽງອີກ ແລະ ເດີນໜ້າຫາຂໍ້ອ້າງສໍາລັບລຸດການສົ່ງມອບກ໊າຊສູ່ຢູໂຣບ ແລະ ບາງທີອາດເຖິງຂັ້ນຕັດການສະໜອງກ໊າຊໂດຍສິ້ນເຊີງ”


“ ນີເປັນເຫດຜົນວ່າເປັນຫຍັງຢູໂຣບເຖິງຈໍາເປັນຕ້ອງມີແຜນສຸກເສີນ” ໄບຣອນ ລະບຸ ພ້ອມບອກວ່າການປັບຫຼຸດຈ່າຍສະໜອງກ໊າຊໃນໄວໆນີ້ ອາດເປັນຄວາມພະຍາຍາມໃຫ້ໄດ້ມາເຊິ່ງອິດທິພົນທາງການເມືອງກ່ອນເຂົ້າສູ່ຊ່ວງລະດູໜາວທີ່ແກ່ຍາວດົນຫຼາຍເດືອນ


ແນວໃດກໍຕາມ ຟາຕີ ລະບຸວ່າ ໃນຂໍ້ສັນນິຖານຂອງກະຊວງພະລັງງານສາກົນ ການຕັດປ້ອນກ໊າຊໂດຍສິ້ນເຊີງບໍ່ໜ້າຈະເປັນກໍລະນີທີ່ມີ່ຄວາມເປັນໄປໄດ້ຫຼາຍທີ່ສຸດ.
ສະພາຢູໂຣບກໍານົດຂວ້ຳບາດ ນໍ້າມັນແລະຖ່ານຫິນຂອງຣັດເຊຍ ແຕ່ບໍ່ຫ້າມນໍ້າເຂົ້າກ໊າຊທຳມະຊາດ ສືບເນື່ອງຈາກອີຢູເພິ່ງພາການສະໜອງຈາກມອສໂກສູງຫຼາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page