ປູຕິນເຜີຍ! ກຸ່ມປະເທດBRICSກຳລັງຕັ້ງທຶນສຳຮອງ ເພື່ອຫຼຸດເພິ່ງພາສະກຸນເງິນໂດລາ
ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ເປີດເຜີຍວ່າກຸ່ມ BRICS ປະກອບດ້ວຍບາຊິວ,ຣັດເຊຍ,ອິນເດຍ,ຈີນ ແລະ ອາຟຮິກກາໃຕ້ ກໍາລັງດໍາເນີນການຈັດຕັ້ງທືນສໍາຮອງລະຫວ່າງປະເທດໃໝ່ບົນພື້ນຖານລະບົບການເງີນຂອງປະເທສະມາຊິກ ຫຼຸດການເພິ່ງພາລະບົບການເງີນຕາເວັນຕົກ.
“ ກໍາລັງມີການດໍາເນີນການໃນເລື່ອງການຈັດຕັ້ງທືນສໍາຮອງ ລະຫວ່າງປະເທດ ບົນພື້ນຖານລະບົບການເງີນຂອງກຸ່ມປະເທດຂອງເຮົາ” ເຂົາກ່າວ
ນອກຈາກນີ້ ປະທານາທິບໍດີຣັດເຊຍ ຍັງເຜີຍວ່າລັດສະມາຊິກຂອງ BRICS ຢູ່ລະຫວ່າງການພັດທະນາກົນໄກທາງເລືອກທີ່ມີຄວາມໜ້າເຊື່ອຖືສໍາຫຼັບການຊໍາລະເງີນລະຫວ່າງປະເທດດ້ວຍເຊັ່ນກັນ.
ຄໍາເວົ້າລ່າສຸດຂອງປູຕິນ ສອດຄ້ອງກັບຄໍາຖະແຫຼງຂອງກຸ່ມ BRICS ກ່ອນໜ້ານີ້ທີ່ບອກວ່າພວກເຂົາກໍາລັງດໍາເນີນການຈັດຕັ້ງເຄືອຂ່າຍການຊໍາລະເງີນຮ່ວມ ເພື່ອຫຼຸດການເພິ່ງພາລະບົບການເງີນຂອງຕາຕົກ ຂະນະດຽວກັນ ບັນດາປະເທດສະມາຊິກ BRICS ກໍາລັງເພີ່ມການໃຊ້ສະກຸນເງີນທ້ອງຖິ່ນໃນການຊື້-ຂາຍລະຫວ່າງກັນ.