5 ປະເທດທີ່ອັນຕະລາຍມີການກໍ່ການຮ້າຍຫຼາຍທີ່ສຸດໃນໂລກ
ເຊື່ອວ່າການເດີນທາງຮອບໂລກເປັນຄວາມຝັນຂອງໃຜຫຼາຍໆຄົນ ໃນຄວາມເປັນຈິງການເດີນທາງທ່ອງທ່ຽວອາດຈະບໍ່ໄດ້ລາບລື່ນສະເໝີໄປ ເນື່ອງຈາກບາງປະເທດນັ້ນຍັງຄ້ອນຂ້າງອັນຕະລາຍມີຂ່າວກ່ຍວກັບຄວາມບໍ່ສະຫງົບ ຫາກໃຜຕ້ອງການໄປຕ້ອງໄດ້ສຶກສາໃຫ້ດີກ່ອນຕັດສິນໃຈໄປ ມື້ນິແອດຈະມາບອກ 5ປະເທດທີ່ອັນຕະລາຍທີ່ສຸດໃຫ້ທຸກຄົນໄດ້ຮູ້ກັນມີດັ່ງລຸ່ມນີ້:
ອີຣັກ (Iraq ) ເປັນປະເທດໃນຕາເວັນອອກກາງ ເຊິ່ງທຸກມື້ນີ້ອີຣັກຍັງຄົງມີອົງກອນຂອງຜູ້ກໍ່ການຮ້າຍ ກຸ່ມວາງລະເບີດແລະຍັງມີເຫດການຄວາມບໍ່ຫງົບຢູ່ ດັ່ງນັ້ນການທີ່ຈະເດີນທາງໄປອາດເຮັດໃຫ້ເກີດອັນຕະລາຍຂື້ນໄດ້ເມື່ອໄປເຢືອນ Hanging Gardens of Babylon ເປັນສະຖານທີ່ທ່ຽວຊື່ດັງຂອງອີຣັກ ໜື່ງໃນສິ່ງມະຫັດສະຈັນຂອງໂລກ.
ອັບການິດສະຖານ(Afghanistan) : ເປັນປະເທດທີ່ມີສະຖານະການບໍ່ແນ່ນອນທາງສົງຄາມເຊິ່ງມີມາແຕ່ດົນນານແລ້ວ ແລະຍັງມີການວາງລະເບີດຢູ່ທົ່ວປະເທດ ແຕ່ກໍເປັນະເທດທີ່ມີແຫຼ່ງທ້ອງທ່ຽວທີ່ໜ້າສົນໃຈຫຼາຍ.
ໄນຈີເຣຍ(Nigeri) :ເປັນປະເທດໃນອາຟິກາຕາເວັນຕົກແລະເປັນປະເທດທີ່ມີປະກອນຫຼາຍທີ່ສຸດໃນອາຟິກາ ເຫດຜົນທີ່ໄນຈີເຣຍຖຶກຈັດເປັນປະເທດທີ່ອັນຕະລາຍທີ່ສຸດກໍຍ້ອນວ່າໄນຈີເຣຍຖຶກປົກຄອງດ້ວຍລະບອບຜະເດັດການທາງທະຫານດົນກວ່າ 36ປີ.
ປາກີສະຖານ(Pakistan): ປະເທດທີ່ຫຼາຍໆຄົນອາດຈະບໍ່ຄິດໄປ ເພາະຮູ້ດີຢູ່ແລ້ວໃນເລື່ອງຂອງຄວາມອັນຕະລາຍ ເຊິ່ງປາກີສະຖານກໍມີແຫຼ່ງທ້ອງທ່ຽວທີ່ໜ້າສົນໃຈ ແຕ່ກໍເປັນປະເທດທີ່ມີຄວາມເຂັ້ມງວດຫຼາຍ.
ຊີເຣຍ(Syria)ປະເທດໃນແຖບຕາເວັນອອກກາງ ເປັນປະເທດທີ່ມີແຫຼ່ງທ້ອງທ່ຽວອັນຍະມະນີທີ່ສໍາຄັນ ແຕ່ປະຈຸບັນຊີເຣຍເປັນໜື່ງໃນປະເທດທີ່ອັນຕະລາຍແລະຍັງຄົງມີສົງຄາມກາງເມືອງ.