ເຊເລນຍິ້ມຢູເຄຼນໃຫ້ສະຖານະຜູ້ສະໝັກອີຢູ ແຕ່ສະໜາມຮົບຖືກລັດເຊຍຖະຫຼົ່ມໜັກ
ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄູນ ດີໃຈທີ່ມີແນວໂນ້ມສະຫະພາບຢູໂຣບ(ອີຢູ) ຈະອານຸມັດສະຖານະຜູ້ສະມັກແກ່ປະເທດຂອງເຂົາ ແຕ່ໃນຂະນະດຽວກັນອີກດ້ານໜື່ງກອງກໍາລັງຣັດເຊຍຍັງຄົງເດີນໜ້າຖະຫຼົ່ມຄາຄິບ ເມືອງໃຫຍ່ທີ່ສຸດອັນດັບ 2ຂອງຢູເຄຼນ ແລະ ເຂດດອນບາສທາງພາກຕາເວັນອອກຂອງປະເທດ.
ບັນດາຜູ້ນໍາຂອງຢູໂຣບກຽມອະນຸມັດຢ່າງເປັນທາງການສະຖານະຜູ້ສະມັກຂອງຢູເຄຼນໃນເສັ້ນທາງທີ່ຍາວນານຂອງການເຂົ້າເປັນສະມາຊິກອີຢູ ລະຫວ່າງການປະຊຸມ ທັ້ງນີ້ສ່ວນໃຫຍ່ແລ້ວມັນເປັນຄວາມເຄື່ອນໄຫວໃນເຊີງສັນຍາລັກແຕ່ມັນຈະຊ່ວຍເພີ່ມຂັວນແລະກໍາລັງໃຈແກ່ປະເທດແຫ່ງນີ້ ທີ່ກໍາລັງປະເຊີນກັບຊ່ວງທີ່ຍາກລໍາບາກທ່າມກາງຄວາມຂັດແຍ້ງທີ່ແກ່ຍາວດົນເກືອບ 4ປີ ຂ້າຊີວິດຜູ້ຄົນໄປຫຼາຍໝື່ນຫຼາຍລ້ານຄົນຕ້ອງອົບພະຍົບຫຼົບໜີເມືອງແລະໝູ່ບ້ານຕ່າງແຕກສະລາຍເປັນກອງ.
ສົງຄາມຍັງສົ່ງຜົນກະທົບໃຫຍ່ຫຼວງຕໍ່ເສດຖະກິດໂລກແລະການຈັດການດ້ານຄວາມປອດໄພຂອງຢູໂຣບ ດັນລາຄາກ໊າຊ ນໍ້າມັນແລະອາຫານພຸ່ງທະຍານ ຜັກໃຫ້ອີຢູຫຼຸດເພິ່ງພາພະລັງງານຣັດເຊຍແລະກະຕຸ້ນໃຫ້ຟິນແລນແລະສະວີເດັນຫາທາງເຂົ້າເປັນສະມາຊິກນາໂຕ້
ເຈົ້້າໜ້າທີ່ສະຫະພາບຢູໂຣບທ່ານໜື່ງເປີດເຜີຍວ່າອີຢູຈະກັບສູ່ພະລັງງານຖ່ານຫິນເປັນການຊົ່ວຄາວເພື່ອຮອງຮັບມືກັບກະແສກ໊າຊຣັດເຊຍທີ່ຫຼຸດລົງເລື້ອຍໆ ແຕ່ເນັ້ນຢໍ້າວ່າມັນຈະບໍ່ແຕະເປົ້າໝາຍໄລຍະຍາວຂອງການຕໍ່ສູ້ກັບພາວະໂລກຮ້ອນ ໃນຂະນະທີ່ບັນຫາຕະຫຼາດກ໊າຊຕືງຕົວແລະລາຄາເຊື້ອໄຟທີ່ພຸ່ງທະຍານ ໄດ້ກະຕຸ້ນໃຫ້ເລັ່ງມຸ່ງໜ້າສູ່ພະລັງງານທາງເລືອກ.