ປະເທດນ້ອຍໃຈກ້າທ້າໝີ ເມື່ອລິທິວເນຍຂວາງທາງຣັດເຊຍ
ລະຫວ່າງການຮຸກຮານຢູເຄຼນຂອງຣັດເຊຍປະເທດທີ່ “ວຸ້ນວາຍ” ຫຼາຍທີ່ສຸດຄືເພືອນບ້ານຂອງຣັດເຊຍກັບຢູເຄຼນ ປະເທດເຫຼົ່ານີ້ສ່ວນໃຫຍ່ມີທັງຂະໜາດກາງແລະຂະໜາດນ້ອຍທີ່ຕາມປົກກະຕິບໍ່ໄດ້ມີປາກສຽງຫຍັງໃນເວທີລະດັບໂລກ ເພາະເປັນປະເທດນ້ອຍ ບໍ່ແມ່ນປະເທດມະຫາອໍານາດທີ່ມີບຸນໜັກສັກໃຫຍ່
ພວກມະຫາອໍານາດນັ້ນທາງໜື່ງກໍຂວ້ຳບາດຣັດເຊຍຢ່າງໜັກມື ແຕີ່ກໍຍັງມີທ່າທີຫຼາຍຄັ້ງທີ່ເບິ່ງຄືເກງໃຈຣັດເຊຍ ຍິ່ງເຮັດໃຫ້ປະເທດຂະໜາດນ້ອຍພວກນີ້ບໍ່ພໍໃຈ ແລະ ຕ້ອງໃຊ້ວາຈາແລະທ່າທີໜັກໆ ກັບຣັດເຊຍກັນເອງ ບາງຄັ້ງເຖິງກັບກົດດັນກຸ່ມທີ່ຕົນສັງກັດ ( ຄືອີຢູແລະນາໂຕ) ໃຫ້ເຕັມທີ່ກັບຣັດເຊຍ
ປະເທດພວກນີ້ສ່ວນໃຫຍ່ຫາກບໍ່ຢ້ານວ່າຕົວເອງຈະຕົກຢູ່ໃນສະພາບແບບຢູເຄຼນ ກໍມັກມີປະຫວັດສາດທີ່ເຈັບປວດເພາະຖຶກກະທໍາຈາກຣັດເຊຍ ດັ່ງນັ້ນເມື່ອເຫັນຊະຕາກໍາຂອງຢູເຄຼນປະເທດນ້ອຍເຫຼົ່ານີ້ຈຶ່ງນິ່ງເສີຍບໍ່ໄຫວ