ລູກສອນໄຟນຳວິຖີຂ້າມທະວີບ“ສະມັດ”ໜ່ວຍທຳອິດຂອງຣັດເຊຍຈະເຂົ້າສູ່ສະພາບພ້ອມສູ້ຮົບໃນທ້າຍປີນີ້
ວັນທີ 21 ມິຖຸນາປີ 2022 ນີ້, ໃນເວລາທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍຕ້ອນຮັບການເຂົ້າພົບຂອງນັກສຶກສາໂຮງຮຽນການທະຫານຣັດເຊຍທີ່ຫາກໍ່ຮຽນຈົບ ຢູ່ວັງແກຣມແລັງ, ທ່ານກ່າວວ່າ: ຣັດເຊຍໄດ້ສຳເລັດວຽກງານທົດລອງທີ່ກ່ຽວຂ້ອງກັບລູກສອນໄຟນຳວິຖີຂ້າມທະວີບ“ສະມັດ”,
ລູກສອນໄຟດັ່ງກ່າວໜ່ວຍທຳອິດຈະເຂົ້າສູ່ສະພາບພ້ອມສູ້ຮົບໃນທ້າຍປີນີ້. ພ້ອມກັນນັ້ນ, ລະບົບລູກສອນໄຟປ້ອງກັນອາກາດ S-500 ໄດ້ເລີ່ມຕິດຕັ້ງໃຫ້ກອງທັບຣັດເຊຍແລ້ວ.
ທ່ານປູຕິນຍັງກ່າວຕື່ມວ່າ: ຣັດເຊຍຈະສືບຕໍ່ພັດທະນາແລະປັບປຸງກຳລັງອາວຸດ, ເພື່ອຮັບມືກັບໄພຂົ່ມຂູ່ແລະຄວາມສ່ຽງດ້ານການທະຫານທີ່ບົ່ມຊ້ອນ. ໜ້າທີ່ທີ່ຄວນໃຫ້ບຸລິມະສິດໃນປັດຈຸບັນນີ້ກໍ່ແມ່ນການຕິດຕັ້ງລະບົບອາວຸດລຸ້ນຫຼ້າສຸດໃຫ້ກອງທັບຣັດເຊຍ, ຄວາມສາມາດດ້ານການສູ້ຮົບຂອງກອງທັບຣັດເຊຍໃນຫຼາຍສິບປີຂ້າງໜ້ານີ້ແມ່ນຂຶ້ນຢູ່ກັບເລື່ອງນີ້.
ທີ່ມາ: CRI