5 ອັນດັບບໍລິສັດອາວຸດສົງຄາມທີ່ໃຫຍ່ທີ່ສຸດໃນໂລກ ໜຶ່ງໃນນັ້ນບໍ່ຫຼາຍກຸ່ມທີ່ໄດ້ຮັບຜົນປະໂຫຍດຈາກສົງຄາມ
ອັນດັບທີ 5 General Dynamics (NYSE: GD): ມູນຄ່າບໍລິສັດ$60B ເປັນຜູ້ນຳດ້ານການຜະລິດເຮືອຮົບ ເປັນສ່ວນໜຶ່ງຂອງການສ້າງເຮືອ “Littoral Combat Ships” ເຊິ່ງເປັນເຮືອຮົບຂະໜາດນ້ອຍຂອງສະຫະລັດ ນອກຈາກນີ້ຍັງເປັນຜູ້ຜະລິດເຮືອດຳນໍ້າZumwalt-class ເຊິ່ງໄດ້ຊື່ວ່າເປັນເຮືອດດຳນໍ້າທີ່ຮ້າຍກາດ ເປັນຜູ້ຜະລິດອັນດັບຕົ້ນໆຄືກັບຜົນງານໂດດເດ່ນເຊັ່ນ ລົດຖັງAbrams ເຊິ່ງເປັນລົດຖັງນໍ້ານັກເບົາທີ່ສະຫະລັດໃຊ້ເປັນຫຼັກໃນປັດຈຸບັນ
ອັນດັບທີ4 Northrop Grumman (NYSE: NOC): ມູນຄ່າບໍລິສັດ $61B ເປັນ subcontractor ລາຍໃຫຍ່ໃນການຜະລິດຍົນ F-35 ຂອງ Lockheed Martin (ບໍລິສັດອັນດັບ3) ລວມເຖິງໂດຼນທີ່ບໍ່ມີຄົນຂັບ Global Hawk ເຊິ່ງເປັນໂດຼນທີ່ໃຊ້ສຳຫຼວດພື້ນທີ່ກວ້າງໄດ້ເຖິງ 100,000 ຕາລາງກິໂລແມັດ (ລຳດຽວຄຸມພື້ນທີ່ໄດ້ປະມານເກົາຫຼີໄຕ້ໝົດປະເທດ) ຍັງເປັນຜູ້ຮັບເໝົາໂຄງການປ່ຽນແທ່ນປ່ອຍນິວເຄຼຍຂອງກອງທັບອາກາດເຊິ່ງມີມູນຄ່າປະມານ$100B ໃນປັດຈຸບັນ
ອັນດັບທີ3 Lockheed Martin (NYSE: LMT) ມູນຄ່າບໍລິສັດ$105B ເປັນຜູ້ຜະລິດອາວຸດທີ່ມີລາຍໄດ້ຫຼາຍທີ່ສຸດໃນປີທີ່ຜ່ານມາ ($67B) ແລະ ມີຄຳສັ່່ງຈາກ Penagon ທີ່ລໍຖ້າການຜະລິດອີກກວ່າ$400B ເຊິ່ງສິ່ງທີ່ສ້າງເງິນໃຫ້ບໍລິສັດຢ່າງຫຼວງຫຼາຍກໍຄື ຍົນຕໍ່ສູ້ລ່ອງຫົນ F-35 ເຊິ່ງເປັນຍົນທີ່ Pentagon ແລະ ພັນທະມິດ NATO (ອັງກິດ, ອັອສເຕເລຍ, ແຄນາດາ, ອີຕາລີ, ນໍເວ) ເລືອກໃຊ້ເພື່ອຕໍ່ສູ້ກັບຄູ່ແຂ່ງຢ່າງເຊັ່ນຣັດເຊຍ
ອັນດັບທີ2 Boeing (NYSE: BA) ຄົນສ່ວນໃຫຍ່ມັກຮູ້ຈັກ Boeing ໃນຖານະຜູ້ຜະລິດຍົນໂດຍສານ ແຕ່ຄວາມຈິງBoeing ເປັນຜູ້ຜະລິດຍົນຮົບດ້ວຍ ໂດຍຍົນທີ່ສຫະລັດນຳມາໃຊ້ໃນປັດຈຸບັນເຊັ່ນ FA-15 ຍັງເປັນຜູ້ຜະລິດຍົນເຈັດສຳຫຼັບເຝິກຊ້ອມ T-7 Red Hawk ຍົນຂົນສົ່ງທະຫານ KC-46 tanker ຍົນຖິ້ມລະເບີດP-8 Poseidon
ອັນດັບທີ1 Raytheon Technologies (NYSE: RTX) ບໍລິັສັດມູນຄ່າ$139B ເດີມບໍລິສັດ Raytheon Technologies ເຂົ້າມາ ແລະ ປ່ຽນຊື່ເປັນ Raytheon Technologies ໃນປີ 2020 ບໍລິສັດເປັນຜູ້ນຳດ້ານ Radar ແລະ ອາວຸດລະບົບໄຟຟ້າຜະລິດຍົນຮົບ ໂດຣນ ເຄື່່ອງຍົນຊັ້ນສູງ ແຕ່ທີ່ເດັ່ນຫຼາຍ ກໍຄືລະບົບ Missile ແບບທີ່ເຮົາມັກເຫັນໃນໜັງ (Patriot missile defense system) ລະບົບຕໍ່ຕ້ານຂີປະນາວຸດໄລະໄກ ລວມເຖິງ Tomahawk Missile ອັນເລື່ອງຊື່ຂອງສະຫະລັດທີ່ິຍິງໄດ້ໄກກວ່າ 1,600 km.