ລິທົວເນຍໃກ້ຄາລິນິນກຣາດຫວັງເພິ່່ງພານາໂຕປົກປ້ອງຈາກຣັດເຊຍ
ເຊິ່ງມີການລາຍງານວ່າຄໍາຂົ່ມຂູ່ຂອງຣັດເຊຍກໍລະນີທີ່ລິທົວເນຍປິດກັ້ນເສັ້ນທາງຂົນສົ່ງສິນຄ້າໄປຍຜງເມືອງຄາລິນິນຂອງຣັດເຊຍ ສ້າງຄວາມກັງວົນໃຈໃຫ້ຊາວລິທົວເນຍທີ່ຢູ່ໃກ້ກັບເມືອງຄາລິນິນກຣາດ ໂດຍຊາວບ້ານເຫຼົ່ານີ້ຫວັງໃຫ້ນາໂຕ ເຂົ້າມາປົກປ້ອງຫາກເກີດເຫດການທາງທະຫານ
ລິທົວເນຍປິດເສັ້ນທາງການຂົນສົ່ງເຫຼັກກ້າແລະໂລຫະຢ່າງອື່ນ ເຊິ່ງລິທົວເນຍອ້າງວ່າຈໍາເປັນຕ້ອງເຮັດຕາມມາດຕະການຂວ້ຳບາດຂອງສະຫະພາບຢູໂຣບ
ຄວາມເຄື່ອນໄຫວນີ້ສ້າງຄວາມບໍ່ພໍໃຈໃຫ້ເຈົ້າໜ້າທີ່ຣັດເຊຍ ສົ່ງຜົນໃຫ້ຝ່ານຣັດເຊຍຂົ່ມຂູ່ວ່າລິທົວເນຍຈະໄດ້ຮັບ “ ຜົນກະທົບໃນແງ່ລົບຢ່າງຮ້າຍແຮງ”
ແລະໄດ້ມີການເຜີຍວ່າ ເຖິງຈະຄາດເດົາວ່າຣັດເຊຍຈະເຮັດຫຍັງໄດ້ຍາກ ແຕ່ເຂົາຍັງບໍ່ກັງວົນເພາະລິທົວເນຍເປັນສະມາຊິກຂອງທັງນາໂຕແລະສະຫະພາບຢູໂຣບ
“ຈະບໍ່ມີຫຍັງໂຫດຮ້າຍເກີດຂື້ນ ເພາະລິທົວເນຍຢູ່ໃນນາໂຕແລະສະຫະພາບຢູໂຣບ”