ກ້າວສໍາຄັນສູ່ສະຫະພາບຢູໂຣບ ຢູເຄຼນໄດ້ ສະຖານະຜູ້ສະໝັກເຂົ້າ EU
ປະທານາທິບໍດີໂວໂລດິມີ ເຊເລນສະກີ ຂອງຢູເຄຼນຍ້ອງຍໍວ່ານີຄື “ ຊ່ວງເວລາແຫ່ງປະຫວັດສາດທີ່ພິເສດ” ຫຼັງຈາກທີ່ສະຫະພາບຢູໂຣບ( ອີຢູ) ຮອງຮັບສະຖານະຜູ້ສະໝັກເຂົ້າເປັນສະມາຊິກອີຢູແກ່ຢູເຄຼນ ແລະມອດໂດວາ.
“ນີ້້ເປັນຊ່ວງເວລາແຫ່ງປະຫວັດສາດແລະເປັນຊ່ວງເວລາທີ່ພິເສດໃນຄວາມສໍາພັນລະຫວ່າງຢູເຄຼນສະຫະພາບຢູໂຣບ ອານາຄົດຂອງຢູເຄຼນຕົກຢູ່ໃນສະຫະພາບຢູໂຣບ” ເຊເລນສະກີກ່່າວ ໃນຂະນະທີ່ຢູເຄຼນຍັງຄົງຖືກໂຈມຕີຈາກກອງກໍາລັງຣັດເຊຍ
“ ເຮົາຫາກໍ່ໄດ້ຮັບສະຖານະຜູ້ສະໝັກນີ້ເປັນໄຊຊະນະຂອງເຮົາ” ເຊເລນສະກີກ່າວ “ ເຮົາລໍຖ້າມື້ນີ້ ມາຈົນ120ວັນແລະ 30ປີແລ້ວ” ໝາຍເຖິງຈໍານວນມື້ທີ່ຢູເຄຼນຢູ່ໃນພາວະສົງຄາມນັບຕັ້ງແຕ່ຣັດເຊຍເປີດປະຕິການທາງທະຫານ 3ສະວະວັດທີ່ຢູເຄຼນປະກາດອິດສະຫຼະພາບຫຼັງຈາກການຫຼົ່ມລະລາຍຂອງສະຫະພາບໂຊວຽດເຊັ່ນດຽວກັບຊາ ມີແຊ ປະທານຄະນະມົນຕີຢູໂຣບ ເຊິ່ງກ່າວວ່ານີ້ເປັນຊ່ວງເວລາແຫ່ງປະຫວັດສາດແລະເປັນກ້າວສໍາຄັນເສັ້ນທາງສູ່ສະຫະພາບຢູໂຣບຂອງຢູເຄຼນແລະມອດໂດວາ