5 ອັນດັບເຮືອນທີ່ມີລາຄາແພງທີ່ສຸດໃນໂລກ

5 ອັນດັບເຮືອນທີ່ມີລາຄາແພງທີ່ສຸດໃນໂລກ

ອັນດັບທີ1 ແອນທີເລຍ(Antilia ): ເຮືອນພັກສ່ວນຕົວຂອງມະຫາເສດຖີຊາວມຸມໄບ ປະເທດອິນເດຍ ເຮືອນພັກຊົງຕຶກ 27 ຊັ້ນ ມີບ່ອນຈອດລົດຊັ້ນລຸ່ມ 6 ບ່ອນ ສ້າງຢູ່ເທິງພື້ນທີ່ 122 ຕາລາງແມັດ ແຖມຍັງມີລານຈອດເຮລີຄັອບເຕີ 3 ລານ ແລະ ມີພະນັກງານປະຈຳການຢູ່ບ້ານຫຼັງນີ້ 600 ຄົນເລີຍ ເຊິ່ງເຮືອນຫຼັງນີ້ມີມູນຄ່າ 3.6 ໝື່ນລ້ານບາດ


ອັນດັບທີ2 ວິນລ່າ ລີໂອໂພນດາ ( Villa Leopolda ): ຫາກຈະເອີ້ນສະຖານທີ່ແຫ່ງນີ້ວ່າເຮືອນກໍເບິ່ງຄືຫຼັງນ້ອຍໄປ ເພາະທີ່ນີ້ແມ່ນເຮືອນຫຼັງໃຫຍ່ທີ່ຕັ້ງຢູ່ໃນ 50 acres. ພາຍໃນພື້ນທີ່ເຮືອນປະກອບດ້ວສະລອຍນໍ້າກາງແຈ້ງ ຫ້ອງຄົວກາງແຈ້ງ ລານຈອດເຮລີຄັອບເຕີ່ ເຮືອນຫຼັງນີ້ຕັ້ງຢູ່ໂກດດາຊູ ຊາຍຝັ່ງທະເລຕາເວັນອອກສ່ຽງໃຕ້ຂອງປະເທດຝຣັ່ງເສດ ແລະ ມີມູນຄ່າຫຼາຍເຖິງ 2.7ໝື່ນລ້ານບາດ


ອັນດັບທີ3 ໂຟຣ ແຟຣຟິດ ພອນ( Four Fairfield Pond ): ເຮືອນສຸດອາລັງການອີກ 1 ຫຼັງ ມູນຄ່າອາດຈະນ້ອຍກວ່າອັນດັບທີ 2 ແຕ່ ເຮືອນຫຼັງນີ້ຕັ້ງຢູ່ເທິງພື້ນທີ່ກວ່າ 63 ເອເຄີ ແຖມຍັງມີໂຮງງານຜະລິດໄຟຟ້າເປັນຂອງຕົວເອງອີກດ້ວຍ ເຮືອນຫຼັງນີ້ປະກອບໄປດ້ວຍ 26 ຫ້ອງນອນ 39 ຫ້ອງນໍ້າ ສະໜາມບາສເກັດບອນ ລານໂຍນໂບລິ່ງ ສະໜາມສະຄວຊ ສະໜາມເທັນນິສ ສະລອຍນໍ້າ 3 ແຫ່ງ ແລະ ໂຕະກິນເຂົ້າທີ່ມີຄວາມຍາວກວ່າ28 ແມັດ ແລະ ບ້ານຫຼັງນີ້ມີມູນຄ່າ 9 ພັນລ້ານບາດ


ອັນດັບທີ4 18-19 ເຄນຊິງຕັນ ພາເລດກາເດັ່ນ( 18-19 kensington Palace Gardens ) : ເຮືອນສຸດຫຼູລັງນີ້ຕັ້ງຢູ່ທີ່ກຣຸງລອນດອນ ສະຫະລາຊະອານາຈັກ ປະກອບໄປດ້ວຍ12ຫ້ອງນອນ ແລະ ຫ້ອງນໍ້າສະໄຕລືເຕີກິຊ ສະລອຍນໍ້າກາງແຈ້ງ ແລະ ບ່ອນຈອດລົດສຳຫຼັບ 20 ຄັນ ເຮືອນສຸດຫຼູຫຼັງນີ້ຕັ້ງຢູ່ຕິດກັບພະລາຊະວັງຂອງເຈົ້າຊາຍວິນລ່ຽມ ແລະ ເຈົ້າຫຍິງເຄທ ໂດຍມີມູນຄ່າ 8 ພັນລ້ານບາດ


ອັນດັບທີ5 ເອລິສັນ ເອສເຕດ( Ellison Estate ): ເຮືອນໃຈກາງພື້ນທີ່ 23 ເອເຄີ ໃນພື້ນທີ່ປະກອບດ້ວຍຕຶກ 10 ຕຶກດ້ວຍກັນ ແລະ ຍັງມີທ່າເຮືອສ່ວນຕົວ ເຮືອນຫຼັງນີ້ຕັ້ງຢູ່ທີ່ ວູ້ດໄຊ ຣັດ ແຄລິຟໍເນຍ ສະຫະລັດອາເມຣິກາ ມີມູນຄ່າກວ່າ 7.2 ພັນລ້ານບາດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page