ນາຍຍົກສີລັງກາຍອມຮັບເສດຖະກິດລົ້ມລະລາຍຢ່າງສິ້ນເຊີງ

ນາຍຍົກສີລັງກາ ຍອມຮັບເສດຖະກິດລົ້ມລະລາຍຢ່າງສິ້ນເຊີງ

ນາຍົກລັດຖະມົນຕີລານິນ ວິກໍາສິງເຫ ຂອງສີລັງກາ ປະກາດໃນລັດສະພາວ່າ ເສດຖະກິດຂອງສີລັງກາ “ ລົ້ມລະລາຍຢ່າງສິ້ນເຊີງ”ແລ້ວ ແລະຂໍ້ຕົກລົງກັບອົງກອນການເງີນລະຫວ່າງປະເທດ ຄືທາງອອກດຍວທີ່ຈະຟື້ນຟູປະເທດກັບມາ


ວິກໍາສິງເຫກ່າວວ່າ “ ຕອນນີ້ເຮົາກໍາລັງປະເຊີນກັບສະຖານະການທີ່ຮຸນແຮງຫຼາຍກວ່າການຂາກແຄນເຊື້ອໄຟ,ກ໊າຊ,ໄຟຟ້າແລະຫານ” ສີລັງກາບໍ່ສາມາດຊື້ນໍ້າມັນເຂົ້າຫຼືຈ່າຍເປັນເງີນສົດໄດ້ ເນື່ອງຈາກບໍລິສັດປິໂຕລຽມຂອງປະເທດມີໜີຈໍານວນມະຫາສານ “ ເຮົາເຫັນສັນຍານຂອງການຕົກໄປຢູ່ຈຸດຕໍ່າສຸດ”


ການວິເຄາະອອກມາໃນແງ່ຮ້າຍນີເກີດຂື້ນໃນຂະນະທີ່ທາງການສີລັງກາກໍາລັງເຈລະຈາກັບ IMF ເພື່ອຂໍກູ້ຢືມເງີນ ໂດຍສີລັງກາຕ້ອງການເງີນ 6.000ລ້ານຫຼຽນສະຫະລັດ ເຂົ້າມາເສີມທືນສໍາຮອງລະຫວ່າງປະເທດ ຈ່າຍບີນຄ່າສິນຄ້ານໍາເຂົ້າແລະປະຄອງສະຖຽນລະພາບໃຫ້ກັບສະກຸນເງີນຂອງຕົນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page